ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-18 18:23:55    
ເຕັກ​ນິກ​ວັດ​ແທກ​ແລະ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ມີ​ການ​ທະ​ລຸ

cri

ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ: ຫວ່າງ​ມໍ່ໆ​ນີ້,ໝາກຜົນ​ຄົ້ນຄວ້າ​ເຕັກນິກ​ວັດ​ແທກ​ຄວບ​ຄຸມ​ການ​ບິນ​ອະວະກາດ​ສອງ​ກໍ​ລະ​ນີ​ທີ່​ຄົ້ນ​ຄວ້າ​ໂດຍ​ສູນ​ວັດ​ແທກ​ຄວບ ຄຸມ​ດາວ​ທຽມ​ຊີ​ອ່ານ​ຈີນ​ໄດ້​ຜ່ານ​ການ​ສຳ​ຫຼວດ​ຂອງ​ໜ່ວຍ ​ຜູ່​ຊ່ຽວຊານ​ທີ່​ມີ​ອິດ​ທິ​ພົນ​ດ້ານ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​.ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ຄວາມ​ສາມາດ​ກຳນົດ​ວົງໂຄຈອນ​ຂອງ​ລະ​ບົບ​ວັດ​ແທກ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ຈາກ​ວົງ​ໂຄ​ຈອນ​ອະ​ວະ​ກາດ​ຂອງ​ໜ່ວຍ​ໂລກ​ແຜ່​ຂະ​ຫຍາຍ​ໄປ​ຮອດ​ໂລກ​ພະ​ຈັນ.

ວິທີ​ແລະ​ລະ​ບົບ​ຊັອບ​ແວ​ກ່ຽວ​ກັບການ​ກຳ​ນົດ​ວົງ​ໂຄຈອນ​ອ້ອມ​ໂລກ​ພະ​ຈັນ​ໃນ​ໝາກ​ຜົນ​ຄົ້ນ​ຄວ້າ​ສອງກໍລະນີ​ດັ່ງກ່າວ,​ໄດ້​ມີ​ລະ​ດັບ​ຄວາມ​ແມ່ນ​ຢຳ​ທຽບ​ເທົ່າ​ສາກົນ​ແລ້ວ.

ການ​ກຳ​ນົດ​ແລະ​ຄວາມ​ສາ​ມາດ​ຄວບ​ຄຸມ​ວົງ​ໂຄ​ຈອນ​ດາວ​ທຽມ​ແມ່ນ​ເຕັກ​ນິກ​ໃຈ​ກາງ​ໃນ​ການ​ວັດ​ແທກ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດ,​ແລະ​ກໍ​ແມ່ນ​ຫຼັກ​ອ້າງ​ອີງ​ສຳ​ຄັນ​ອັນ​ໜຶ່ງ​ໃນ​ການ​ຕີ​ລາ​ຄາ​ລະ​ດັບ​ເຕັກ​ນິກ​ວັດ​ແທກ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດ​ຂອງ​ປະ​ເທດ​ໜຶ່ງ.