ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-20 20:14:49    
ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ສະ​ຫຼອງ​ການ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ​7​ປີ

cri

ຕາມ​ຂ່າວCRI:ວັນ​ທີ20​ທັນວາ​ແມ່ນ​ວັນ​ລະ​ລຶກມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຈີນ,ວົງ​ການ​ຕ່າງໆ​ຂອງ​ມາກ​າວ​ໄດ້​ຈັດກິດ​ຈະກຳ​ຂະໜາດ​ໃຫຍ່​ຕ່າງໆ,ສະ​ຫຼອງ​ມາ​ກາວ​ກັບ​ຄືນ​ສູ່ປະ​ເທດ​ຈີນ​ຄົບຮອບ7​ປີ.

ໃນ​ຕອນ​ເຊົ້າ,ທ່ານ​ເຮີ​ໂຮ້ຮວາ ຜູ້​ວ່າ​ການ​ບໍລິຫານ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ,ທ່ານ​ປາຍ​ເຈີ້​ຈ້ຽນ ຫົວໜ້າ​ຫ້ອງ​ການຕິດ​ຕໍ່ພົວ​ພັນ​ລັດຖະ​ບານ​ສູນ​ກາງຈີນ​ປະຈຳ​ມາ​ກາວ​​ແລະ​ທ່ານ​ອື່ນໆ​ກັບບຸກຄົນ​ວົງ​ການ​ຕ່າງໆ​ໄດ້​ຈັດ​ພິທີ​ຊັກ​ທຸງ​ຊາດ​ຂຶ້ນຢູ່​ສະ​ໜາມ​ຫຼວງດອກ​ບົວ​ຄຳ. 4​ໂມງ​ແລງ,ບຸກຄົນວົງ​ການ​ຕ່າງໆ​ຂອງ​ມາ​ກາວ ພັນ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ສະຫຼອງ​ການ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ທີ່​ອົງການ​ປົກ​ຄອງ​ເຂດ​ພິ​ເສດ​ມາ​ກາວ​ເປັນ​ຜູ້​ຈັດ​ຂຶ້ນ.​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ເຮີ​ໂຮ້ຮວາ​ກ່າວ​ເນັ້ນວ່າ,​ເຊື່ອ​ວ່າ​ພາຍ​ໃຕ້​ການສະ​ໜັບ​ສະ​ໜູນ​ຂອງ​ລັດຖະ​ບານ​ສູນ​ກາງ,ວົງ​ການ​ຕ່າງໆ​ຂອງມາ​ກາວສາ​ມັກຄີ​​ເປັນຈິດ​ໜຶ່ງ​ໃຈດຽວ,ຍ່ອມ​ຈະສາມາດ​ເຮັດ​ໃຫ້​ອະນາ​ຄົດ​ຂອງ​ມາ​ກາວຍິ່ງ​ສວຍງາມ​ກວ່າ​ເກົ່າ.

ໜັງສື​ພິມ​ຕົ້ນຕໍ​ທີ່​ພິມ​ຈຳ​ໜ່າຍ​ໃນ​ມື້​ດຽວ​ກັນ​ລ້ວນ​ແຕ່​ພິມ​ບົດຄວາມ​ສະ​ແດງ​ຄວາມ​ອວຍ​ພອນ,​ແລະ​ສະ​ເໜີ​ຄວາມ​ຄິດ​ຄວາມ​ເຫັນຕໍ່​ການ​ພັດທະນາ​ຂອງ​ເຂດ​ພິ​ເສດ​ມາ​ກາວ​ໃນ​ອະນາຄົດ.