ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-26 15:49:42    
ໂຄງການ​ຊ່ອຍ​ເຫືຼອປະ​ເທດ​ປະສົບ​ໄພ​ຄຶ້ນ​ຊູ​ນາ​ມີ​ທີ່​ລັດຖະບານ​ຈີນ​ຮັບປາກ​ໄດ້​ສຳ​ເລັດ​ສ່ວນ​​ໃຫຍ່​ແລ້ວ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ທັນວາ​ນີ້,ຢູ່​ປັກ​ກິ່ງ,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ສະພາບທີ່​ລັດຖະບານ​ຈີນ​ປະຕິບັດ​ການ​ຊ່ອຍ​ເຫືຼອປະ​ເທດທີ່​ປະສົບ​ໄພ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ພາຍ​ກລັງ​ເກີດ​​ໄພ​ຄຶ້ນ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ເມື່ອ​ປີ 2004 ​ແລ້ວ,ລັດຖະບານ​ຈີນ​ໄດ້​ປະກາດ​ສາມ​ເທື່ອ​ຕາມໆ​ກັນ​ວ່າ ຈະ​ສະໜອງ​ການ​ຊ່ອຍ​ເຫືຼອ​ເປັນ​ມູນ​ຄ່າ 680 ລ້ານ​ຢວນ,​ເຊິ່ງ​ເປັນ​ການ​ຊ່ອຍ​ເຫືຼອຕ່າງປະ​ເທດ​ຫລາຍ​ກວ່າ​ທຸກ​ເທື່ອ​ແຕ່​ສ້າງຕັ້ງສາທາລະນະ​ລັດ​ປະຊາຊົນ​ຈີນ​ມາ​ນີ້.ປະຈຸ​ບັນ,​ລັດຖະບານຈີນ​ໄດ້ຈັດ​ວາງ​ເງິນ​ຊ່ອຍ​ເຫືຼອ​ຮຽບຮ້ອຍ​ໝົດ​ແລ້ວ,​ໂຄງການ​ຊ່ອຍ​ເຫືຼອປະ​ເພດ​ຕ່າງໆ​ທີ່​ຮັບປາກ​ນັ້ນສ່ວນ​​ໃຫຍ່​ກໍ່​ສຳ​ເລັດ​ແລ້ວ.

ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ລັດຖະບານ​ຈີນ​ຈະ​ສືບຕໍ່ພ້ອມ​ກັນ​ກັບປະ​ເທດ​ທີ່​ກ່ຽວຂ້ອງ,ຈັດ​ຕັ້ງປະຕິບັດ​ໂຄງການ​ທີ່​ພວມ​ສ້າງ​ຢູ່​ນັ້ນໃຫ້​ດີ,ສະໜອງ​ການ​ຊ່ອຍ​ເຫືຼອ​ແກ່​ປະ​ເທດ​ແລະ​ປະຊາ​ຊົນ​ທີ່​ປະສົບ​ໄພ​ໃນ​ການ​ສ້າງສາ​ຄືນ​​ໃໝ່.ນອກ​ນີ້,ມີ​ຂ່າວ​ແຈ້ງວ່າ,ມື້​ດຽວກັນ,​ໄທ​ໄດ້​ຈັດ​ກິດຈະກຳ​ຕ່າງໆ​ຢູ່​ຈັງຫວັດ​ຕ່າງໆ​ທາງ​ພາກ​ໃຕ້,​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ຄຶ້ນ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ເມື່ອ​ສອງ​ປີ​ກ່ອນ.