ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-27 18:19:40    
ການ​ຂະ​ຫຍາຍ​ຕົວ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ໃນ​ຫຼາຍ​ປີ​ມາ​ນີ້​ແມ່ນ​ໝາກ​ຜົນ​ແຫ່ງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ຢູ່​ສອງ​ຝັ່ງ​ຊ່ອງ​ແຄບ​

cri Author: da
ຕາມ​ຂ່າວCRI: ວັນ​ທີ 27 ທັນວາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຫຼີ​ເວີຍ​ອີ່ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້ຫວັນ​ລັດຖະບານ​ຈີນ​ກ່າວ​ວ່າ,ໝາກຜົນ​ທີ່​ຍາດ​ມາ​ໄດ້ໃນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງ​ໃນ​ຫຼາຍ​ປີ​ມາ​ນີ້ ​ແມ່ນຍ້ອນ​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ທັບ​ມ້າງ​ການ​ທຳລາຍ​ແລະ​ການ​ຂີດ​ຂວາງຂອງ​ອິດ​ທິກຳລັງ​ຕັດ​ແຍກ​ໄຕ້​ຫວັນ​ອອກເປັນ​ເອກ​ະລາດ​ແລະ​ພ້ອມ​ກັນ​ພະຍາຍາມ​ບົນ​ພື້ນຖານການ​ຂະຫຍາຍຕົວ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ທີ່​ຜ່ານ​ມາ.

ຫວ່າງ​ມໍ່ໆ​ນີ້ ສື່​ມວນ​ຊົນ​ໄຕ້​ຫວັນ​ລາຍ​ງານ​ວ່າ,ທ່ານ​ເສີນ​ສຸຍ​ປຽນ ຜູ່​ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນກ່າວ​ວ່າ,ພາຍຫຼັງ​ລາວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໃນ 6 ປີ​ມາ​ນີ້,​ເຖິງ​ວ່າ​ສອງ​ຝັ່ງ​ມີ​ຄວາມ​ເຫັນ​ຂັດ​ກັນ​ຫຼາຍ​ໃນ​ບັນຫາ​ການ​ເມືອງ​ກໍ​ຕາມ,​ແຕ່​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ພັດ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນຫຼາຍສິບ​​ປີ​ມາ​ນີ້.

ກ່ຽວກັບ​ເລື່ອງ​ນີ້ ທ່ານ​ຫຼີ​ເວີຍ​ອີ່​ວິຈານ​ວ່າ,​ໃນ 6 ປີ​ມາ​ນີ້,ທ່ານ​ເສີນ​ສຸຍ​ປຽນ​ຍຶດໝັ້ນຫຼັກ​ໝັ້ນຕັດ​ແຍກ​ໄຕ້​ຫວັນ​ເປັນ​ເອກ​ະລາດ​ຢ່າງ​ດື້​ດ້ານຫົວ​ແຂງ,ກໍ່​ການ​ເປັນ​ປໍ​ລະ​ປັກ​ກັນຢູ່​ລະຫວ່າງ​ສອງ​ຝັ່ງ​ຢ່າງ​ບໍ່​ຢຸດ​ຢັ້ງ,ຕັ້ງ​ແກ້ງ​ສ້າງ​ອຸປະສັກ​ໃຫ້​ແກ່​ການ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ,​ໄດ້​ຂີດ​ຂວາງການ​ຂະຫຍາຍຕົວ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຢ່າງ​ຮຸນ​ແຮງ.ທ່ານ​ຫຼີ​ເວີຍ​ອີ່​ກ່າວ​ຢ້ຳວ່າ,ການ​ຮັກ​ແໜ້ນການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ​ລະຫວ່າງ​ສອງ​ຝັ່ງ​,ບັນລຸ​ໃຫ້​ສອງ​ຝັ່ງ​ຕ່າງ​ອຳນວຍ​ຄວາມ​ສະດວກ​ແກ່​ກັນ​ແລະຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ,ນີ້​ແມ່ນ​ຄວາມ​ປາຖະໜາ​ແລະ​ການກະທຳ​ຮ່ວມ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ,​​ຜູ່​ໃດ​ກໍ​ຂີດ​ຂວາງບໍ່​ໄດ້.