ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-27 20:23:58    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ລາວ​ຊອກ​ຫາ​ຮູບ​ການ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: da
ຕາມ​ຂ່າວCRI:ວັນ​ທີ 27 ທັນວາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ເຈີ່ນ​ຊິ້ງຮົງ ຮອງ​ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຍິນ​ດີພ້ອມກັນ​ກັບ​ລາວ​ຊອກ​ຫາ​ຮູບ​ການ​ໃໝ່​,​​ແລະເພີ່ມ​ເຕີມ​ເນື້ອ​ໃນ​ໃໝ່,ແຫ່ງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດຢ່າງ​ບໍ່​ຢຸດ​ຢັ້ງ,ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​​ລາວ​ຂະຫຍາຍຕົວ​ຢ່າງຮອບດ້ານ ປອດ​ໃສ​ແລະ​ໝັ້ນທ່ຽງ.

​ໃນ​ເວລາ​ພົບ​ປະ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີລາວ,ທ່ານ​ເຈີ່ນຊິ້ງຮົງ​ເວົ້າວ່າ,ປີ2006 ​ແມ່ນ​​ຈີນ​ລາວ​ສ້າງສາ​ຍສຳພັນ​ການ​ທູດ​ຄົບຮອບ 45 ປີ,ປະມຸກ​ລັດ​ທັງ​ສອງ​ປະ​ເທດ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ຢ່າງ​ສຳ​ເລັດ​ຜົນ,​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​​ໄມຕີ​ຈິດ​ແລະຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ​​ສອງ​ລັດ​ກ້າວ​ຂຶ້ນ​ສູ່​ລວ​ງເລິກຕື່ມ​ອີກ.ຈີ​ນຍິນ​ດີ​ພ້ອມ​ກັນ​ກັບ​ລາວ​ ພະຍາຍາມ​ປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ຜູ່​ນຳ​ສອງ​ປະ​ເທດ​ຕົກລົງ​ກັນ​ໃຫ້​ດີ,ຕັ້ງໜ້າ​ຮັກສາ​ມູນ​ເຊື້ອ​ຢ້ຽມ​ຢາ​ມກັນ​ຂອງ​ຜູ່​ນຳ​ຊັ້ນສູງ​,​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ ​ກາ​ນສຶກສາ​ແລະ​ຂົງ​ເຂດ​ອື່ນໆຕື່ມ​ອີກ,ສືບ​ຕໍ່​ເພີ່ມ​ທະວີ​ການ​ສະໜັບສະໜູ​ນ​ແລະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.

ທ່ານ​ທອງ​ລຸນ ສີສະ​ລິດ​ກ່າວ​ວ່າ,ພັກ​ແລະ​ລັດຖະບານ​ລາວ​ຍິນ​ດີ​ອອກ​ແຮງຮ່ວມ​ມືກັບ​ຈີນ,ປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ຄື​ກັນຕ່າງໆ​ກ່ຽວ​ກັບ​ການຂະຫຍາຍ​ການພົວພັນ​ລະຫວ່າງ​ສອງ​ຝ່າຍຢ່າງຮອບດ້ານ​ທີ່​ຜູ່​ນຳ​ສອງ​ປະ​ເທດ​ຕົກລົງ,ຊຸກຍູ້​​ໄມຕີ​ຈິດ​ທີ່​ມີ​ມູນ​​ເຊື້ອ​ລະຫວ່າງ​​ລາວຈີນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ກວ້າງ​ອອກ​ຕໍ່​ໄປ​ໃນ​ໄລຍະ​ໃໝ່.