ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-28 18:42:52    
ຈີນ​ຈະ​ອອກ​​ແຮງ​ພັດທະນາ​ວິທະຍາສາດ​ອ່ອນ

cri
ຕາມ​ຂ່າວcri:ວັນ​ທີ 28 ທັນວາ​ນີ້,ຜູ່​ປັກ​ກິ່ງ,ນາງເສີນ​ຈື້ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວວ່າ,ຈີນ​ຈະ​ໃຊ້​ມາດ​ຕະການ,ສ້າງ​ສະພາບ​ແວດ​ລ້ອມ​ອັນ​ດີງາມ​ແກ່​ການ​ພັດທະນາ​ວຽກ​ງານຄົ້ນ​ຄ້ວາ​ວິທະຍາສາດ​ອ່ອນ​ໃຫ້​ຈະ​ເລີ​ນຕື່ມ​ອີກ.

ວິທະຍາສາດ​ອ່ອນ​ແມ່ນ​ຂະ​ແໜງ​ວິຊາ​ສັງ​ລວມທີ່​ພັດທະນາ​ໃໝ່.ມັນ​ແມ່ນ​ນຳ​ໃຊ້​ທິດ​ສະ​ດີ​​ແລະ​ວິທີ​ຂອງວິທະຍາສາດ​ທຳ​ມະ​ຊາດ​ແລະ​ວິທະຍາ​ສາດ​ສັງຄົມ​​ໂດຍ​ສັງ​ລວມມາ​ຄົ້ນຄວ້າ​ການ​ພົວພັນ​ໃນ​ຕົວ​ພ້ອມ​ດ້ວຍ​ກົດ​ເກນ​ພັດທະນາ​ລະຫວ່າງ​ຂອດ​ສັງ​ຄົມຕ່າງໆ​ເຊັ່ນ​ເສດຖະກິດ ວິທະຍາສາດ ​ເຕັກນິກ​ແລະ​ການ​ສຶກສາ​ເປັນ​ຕົ້ນ,​ເພື່ອ​ແກ້​ໄຂ​ປະກົດ​ການ​ແລະ​ບັນຫາສັງຄົມ​ທີ່​ສັນ​ສົນ​ຕ່າງໆ​ນາໆ​ຍ້ອນ​ການ​ພັດທະນາ​ຂອງ ວິທະຍາສາດ​ແລະ​ເຕັກນິກ​​ໃນ​ຍຸກສະ​ໄໝ​ໃໝ່.

ໃນ​ກອງ​ປະຊຸມ​ສົນທະນາ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ນາງ​ເສີນ​ຈື້ລີ້​ຊີ້​ອອກ​ວ່າ,ລະດັບ​ພັດທະນາ​ວິທະຍາສາດ​ອ່ອນ​ຂອງ​ຈີນ​ຍັງ​ຜິດ​ໂຕນ​ກັນຫລາຍ​​ເມື່ອ​ທຽບກັບປະ​ເທດ​ທີ່​ພັດທະນາ​ແລ້ວ.​ໃນຕໍ່ໜ້າ,ລັດຖະບານ​ຈີນ​ຈະ​ເພີ່ມ​ການ​ລົງທຶນ​ໃສ່​ໂຄງການ​ຄົ້ນຄວ້າ​ວິທະຍາສາດ​ອ່ອນ,ພະຍາຍາມ​ສ້າງ​ບັນຍາກາດ​ວິຊາ​ການ​ທີ່​ອຳນວຍ​ໃຫ້​ແກ່​ການ​ພັດທະນາ​ວິທະຍາສາດ​ອ່ອນ.

ຕາມ​ສະຖິຕິທີ່​ຍັງ​ບໍ່ທັນ​ຄົບ​ຖ້ວນ,ປະຈຸ​ບັນ,ຈີນ​ມີ​ອົງການ​ຄົ້ນ​ຄວ້າ​ວິ​ທະຍາ​ສາດ​ອ່ອນ​ເກືອບ​ສອງ​ພັນ​ແຫ່ງ,ມີ​ພະນັກງານ​ຄົ້ນ​ຄ້ວາ​ເກືອບ 4 ໝື່ນ​ຄົນ,​ແຕ່ລະ​ປີ​ດຳ​ເນີນ​ໂຄງການ​ຄົ້ນ​ຄ້ວາ​ວິທະຍາ​ສາດອ່ອນໜຶ່ງ​ໝື່ນ​ໂຄງການ​.