ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-28 21:05:23    
ຈີນ​ຈະ​ເລັ່ງ​ລັດ​ພັດ​ທະ​ນາ​ການ​ຄ້າ​ທາງ​ບໍ​ລິ​ການ

cri
ຕາມ​ຂ່າວCRI,ວັນ​ທີ28​ທັນວາ​ນີ້,ຢູ່​ທີ່​ປັກ​ກິ່ງ,​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ຈີນ​ຈະ​ໃຊ້​ມາດ​ຕະການ​ເລັ່ງລັດ​ພັດທະນາ​ການ​ຄ້າ​ທາງ​ບໍ​ລິ​ການ,​ເພື່ອບັນລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ຍອດ​ມູນ​ຄ່າ​​ຂາ​ອອກ​ຂາ​ເຂົ້າ​ຂອງ​ການ​ຄ້າ​ທາງ​ບໍ​ລິ​ການ​ໃນ​ປີ​2010​ບັນ​ລຸ​ເຖິງ​400​ຕື້​ໂດ​ລາ.

ວັນ​ທີ​28​ທັນ​ວາ​ນີ້,​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ພາບ​ການ​ພັດ​ທະ​ນາ​ການ​ຄ້າ​ທາງ​ບໍ​ລິ​ການ​ຈີນ.​ໃນ​ ບົດ​ລາຍ​ງານ​ສະ​ບັບ​ນີ້​ໄດ້​ແຍກ​ພາກ​ສ່ວນ​ບໍ​ລິ​ການ​ຂອງ​ລັດ​ຖະ​ບານ​ອອກ​ເປັນ​ເທື່ອ​ທຳ​ອິດ​ໂດຍ​ອີງ​ຕາມ​ມາດ​ຖານ​ຂອງ​ອົງ​ການ​ການ​ຄ້າ​ໂລກ.​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຍອດ​ມູນ​ຄ່າ​ຂາ​ອອກ​ຂາ​ເຂົ້າ​ຂອງ​ການ​ຄ້າ​ທາງ​ບໍ​ລິ​ການ​ ຈີນ​ໃນ​ປີ​2005​ແມ່ນ​157​ຕື້​ໂດ​ລາ.

ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ປັດຈຸບັນ,ການ​ຄ້າ​ທາງ​ບໍ​ລິ​ການ​ໃນ​ຂົງ​ເຂດ​ການ​ຂົນ​ສົ່ງ​ແລະ​ການ​ທ່ອງ​ທ່ຽວ​ຍັງ​ກວມ​ອັດ​ຕາ​ຫຼາຍ​ສົມ​ຄວນ,​ແລະ​ສ່ວນ​ຫຼາຍ​ຢູ່​ເຂດ​ພັດ​ທະ​ນາ​ເຊັ່ນ​ເຂດ​ແຄມ​ທະ​ເລ​ເປັນ​ຕົ້ນ.​ສະ​ນັ້ນ,​ຈີນ​ຈະ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ທາງ​ບໍ​ລິ​ການ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ທະ​ນາ​ຄານ,​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ອື່ນໆ,​ພ້ອມ​ທັງ​ບູ​ລະ​ນະ​ລະ​ບົບ​ກົດ​ໝາຍ​ກົດ​ລະ​ບຽບ​ກ່ຽວ​ກັບ​ການ​ຄ້າ​ທາງ​ບໍ​ລິ​ການ​ໃຫ້​ສົມ​ບູນ​ຂຶ້ນ,​ຍຶດ​ໝັ້ນ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຂົງ​ເຂດ​ການ​ຄ້າ​ທາງ​ບໍ​ລິ​ການ.