ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-29 20:04:00    
ອົງ​ການ​ນິຕິບັນຍັດ​ຈີນ​ລົງ​ຄະ​ແນນ​ສຽງ​ຜ່ານ​ຮັບຮອງ​ກົດໝາຍ​ວ່າ​ດ້ວຍ​ການປົກ​ປ້ອງຜູ້​ທີ່​ຍັງ​ບໍ່​ທັນ​ເຕັມ​ກະສຽນອາຍຸສະບັບ​ປັບປຸງ

cri
ຕາມ​ຂ່າວcri:ວັນ​ທີ 29 ທັນວາ​ນີ້,ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເຊິ່ງ​ເປັນ​ອົງການ​ນິຕິບັນຍັດ​ຈີນ​ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ຮັບຮອງ​ກົດໝາຍ​ວ່າ​ດ້ວຍ​ການ ປົກ​ປ້ອງຜູ້​ທີ່​ຍັງ​ບໍ່​ທັນ​ເຕັມ​ກະສຽນອາຍຸ​ສະບັບ​ປັບປຸງ.ກົດໝາຍ​ສະບັບ​ນີ້​ຈະ​ເລີ່​ມ ປະຕິບັດ​ແຕ່​ວັນ​ທີ 1 ມິຖຸນາ​ປີໜ້າ​ເປັນ​ຕົ້ນ​ໄປ.ຈີນ​ຫວັງ​ຜ່ານ​ຈາກ​ການ​ປັບປຸງ​ກົດໝາຍ​ສະບັບ​ນີ້ເພື່ອ​ແກ້​ໄຂ​ບັນຫາ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ປົກ​ປ້ອງ​ຜູ້​ທີ່​ຍັງ​ບໍ່​ທັນ​ເຕັມ​ກະສຽນອາຍຸ​ຂອງ​ຈີນ​ໃນ​ປະຈຸ​ບັນ,ປັບປຸງ​ສະພາບ​ແວດ​ລ້ອມ​ສັງຄົມ​ສຳລັບ
ການ​ເຕີບ​ໃຫຍ່​ຂອງ​ຜູ້​ທີ່​ຍັງ​ບໍ່​ທັນ​ເຕັມ​ກະສຽນອາຍຸ​ໃຫ້​ດີ​.

ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການປົກ​ປ້ອງ​ຜູ້​ທີ່​ຍັງ​ບໍ່​ທັນ​ເຕັມ​ກະສຽນອາຍຸ​ສະບັບ​ປັບປຸງ,ຈີນ​ຈະ​ຈັດ​ເອົາ​ວຽກ​ງານ​ປົກ​ປ້ອງ​ຜູ້​ທີ່​ຍັງ​ບໍ່​ທັນ​ເຕັມ​ກະສຽນອາຍຸ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມ,ສ້າງ​ອົງການ​ຊ່ອຍ​ເຫືຼອ​ແລະ​ປົກ​ປ້ອງ​ເດັກ​ອະນາຖາ,​ເພີ່ມ​ທະວີ​ແລະ​ປົວ​ແປງ​ການ​ສຶກສາ​ແລະ​ການ​ດັດ​ສ້າງ​ຜູ້​ທີ່​ຍັງ​ບໍ່​ທັນ​ເຕັມ​ກະສຽນອາຍຸ​ທີ່​ມີ​ການ​ກະທຳ​ບໍ່​ດີ,​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​​ຮ້ານ​ອິນ​ເຕີ​ເນັດ​ແລະ​ການ​ສຶກສາກ​ອບກູ້​ຜູ້​ທີ່​ຍັງ​ບໍ່​ທັນ​ເຕັມ​ກະສຽນອາຍຸ​ທີ່​ກະທຳ​ຜິດ,​ແລະ​ເພີ່​ມທະວີ​ວຽກ​ງານ​ປ້ອງ​ກັນ​ພະຍາດ​ຕິດ​​ແປດ​ຂອງ​ຜູ້​ທີ່​ຍັງ​ບໍ່​ທັນ​ເຕັມ​ກະສຽນອາຍຸ​ຕື່ມອີກ.