ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-05 19:10:17    
ສະ​ພາ​ບັນ​ດິດ​ວິ​ສະ​ວະ​ກຳ​ຈີນ​ເລີ່ມ​ດຳ​ເນີນ​ວຽກ​ງານ​ປະ​ກວດ​ບັນ​ດິດ​ສັນ​ຊາດ​ຕ່າງ​ປະ​ເທດ​ສົກ​ປີ​2007​ຢ່າງ​ເປັນ​ທາງ​ການ

cri
ຕາມ​ຂ່າວCRI,ວັນ​ທີ5​ມັງກອນນີ້,ສະພາ​ບັນດິດ​ວິ​ສະວະ​ກຳຈີນ​ປະກາດ​ວ່າ,ວຽກ​ງານ​ປະ​ກວດ​ບັນ​ດິດ​ສັນ​ຊາດ​ຕ່າງປະ​ເທດ​ສົກ​ປີ2007ຂອງສະພາ​ບັນດິດ​ດັ່ງກ່າວ​ໄດ້​ເລີ່​ມຕົ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ.ຈີນ​ຈະ​ມອບ​ນາມ​ມະ​ຍົດ​ບັນ​ດິດ​ສັນ​ຊາດ​ຕ່າງປະ​ເທດຂອງສະພາ​ບັນ​ດິດ​ວິ​ສະ​ວະ​ກຳ​ຈີນ​ໃຫ້​ນັກ​ວິ​ທະ​ຍາ​ສາດ​ຕ່າງປະ​ເທດທີ່​ຊົງ​ອິດ​ທິພົນ​ໃນ​ລະດັບ​ໃດ​ໜຶ່ງ​ໃນ​ຂົງ​ເຂດ​ວິ​ທະ​ຍາສາດ​ເຕັກ​ໂນ​ໂລ​ຊີ​ວິສະວະກຳ,​ແລະ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂຊ​ຊີວະ​ສະ​ວະ​ກຳ​ຂອງ​ຈີນ.

ສະພາ​ບັນດິດ​ວິສະວະກຳ​ຈີນ​ແມ່ນ​ອົງການ​ວິຊາ​ການ​ທີ່​ມີ​ກຽດ​ສູງ​ສຸດ​ແລະ​ລັກ​ສະ​ນະ​ໃຫ້​ຄຳ​ປຶກ​ສາ​ຂອງ​ວົງ​ການ​ເຕັກ​ນິກ​ວິ​ສະ​ວະ​ກຳ​ຂອງ​ຈີນ,​ເມື່ອ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ​1994​ກໍ​ໄດ້​ສ້າງ​ຕັ້ງ​ລະບອບ​ບັນດິດ​ສັນ​ຊາດ​ຕ່າງ​ປະ​ເທດ​ແລ້ວ.

ປັດຈຸບັນ,​ໄດ້​ມີນັກວິ​ທະ​ຍາ​ສາດ​35​ຄົນ​ທີ່​ມາ​ຈາກ9​ປະ​ເທດ​ເຊັ່ນ​ອາ​ເມ​ລິ​ກາ,​ຣັດ​ເຊຍ​​ແລະ​ຍີ່​ປຸ່ນ​ເປັນ​ຕົ້ນ​ໄດ້​ຮັບ​ນາມມະຍົດ​ດັ່ງກ່າວ​ແລ້ວ.