ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-09 10:37:07    
ຈີນ​ຈະ​ຫາ​ລື​ຮ່າງ​ກົດ​ໝາຍ​​ສິດ​ສິ່ງ​ຊັບ​ສິນ​ແລະ​ຮ່າງ​ກົດ​ໝາຍ​ອາ​ກອນ​ລາຍ​ໄດ້​​ຂອງ​ວິ​ສາ​ຫະ​ກິດ​ກ່ອນ​ເວ​ລາ​ກຳ​ນົດ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 8 ມັງກອນນີ້, ຫ້ອງການ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປະກາດ​ວ່າ, ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເກືອບ 3 ພັນ​ຄົນ​ຈະ​ຄົ້ນຄວ້າ​ຫາລື​ຮ່າງ​ກົດໝາຍວ່າ​ດ້ວຍສິດ​ຊັບ​ສິນແລະ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ຂອງວິ​ສາ​ຫະກິດກ່ອນ​ເວລາ​ກຳນົດ, ​ເພື່ອສ້າງ​ຄວາມ​ສະດວກ​ໃຫ້​ແກ່​ພວກ​ເຂົາ​ເຈົ້າກະກຽມ​ໃຫ້​ດີ​ເພື່ອ​ເຂົ້າຮ່ວມກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີນາປີ​ນີ້ ​ແລະ​ພິຈາລະນາ​ປັບປຸງຮ່າງ​ກົດໝາຍ​ສອງ​ສະບັບ​ນີ້.

ກົດໝາຍ​ວ່າ​ດ້ວຍ​ສິດຊັບ​ສິນ​ແມ່ນ​ກົດໝາຍ​ພື້ນຖານ​ທີ່​ມີ​ບົດບາດ​ສູງ​ໃນ​ລະບົບ​ກົດໝາຍ​ຈີນ, ​ໃນ​ຂະນະ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ລະບອບ​ເສດຖະກິດ​ພື້ນຖານ​ຂອງ​ຈີນ​ນັ້ນ, ຮ່າງ​ກົດໝາຍ​ດັ່ງກ່າວ​ໄດ້​ເຄົາລົບຫຼັກການ​ທີ່​ປົກ​ປ້ອງ​ສິດຊັບ​ສິນ​ສ່ວນລວມ​ແລະ​ສ່ວນຕົວຢ່າງ​ສະ​ເໝີ​ພາບກັນ. ນອກ​ນັ້ນ, ອີງ​ຕາມ​ຮ່າງ​ກົດໝາຍ​ວ່າ​ດ້ວຍອາກອນ​ລາຍ​ໄດ້​ຂອງວິ​ສາ​ຫະກິດ, ຈີນ​ຈະ​ຢຸດຕິ​ການ​ກະທຳ​​ໃນ​​ເມື່ອກ່ອນທີ່​ເກັບ​ອາກອນ​ລາຍ​ໄດ້​ຈາກ​ວິ​ສາ​ຫະກິດ​ຈີນ​ແລະ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຕາມ​ອັດຕາ​ອາກອນທີ່​ຕ່າງ​ກັນ​, ​ແລ້ວ​ເກັບ​ອາກອນ​ລາຍ​ໄດ້​ດັ່ງກ່າວຢ່າງ​​ເປັນ​ເອກະ​ພາບ​ກັນຕາມ​ອັດຕາ​ໃໝ່​ຄື 25%.