ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-09 17:10:23    
ປີນີ້,ດາວ​ທຽມ​ໂຄຈອນ​ອ້ອມ​ດວງ​ຈັນ"ຊາງ​ເອີ​ເລກ​ໜຶ່ງ"ຈະ​ເລືອກ​ຍານ​ຍິງ​ສົ່ງ​ໄປ​ອາ​ວະ​ກາດ​

cri

ຕາມ​ຂ່າວສານ​ຈີນ:ວັນ​ທີ8 ມັງກອນນີ້,ຢູ່​ປັກ​ກິ່ງ,ທ່ານ​ຮວາງ​ຊຽງ ​ເລຂາທິການ​ທັງ​ເປັນໂຄສົກ​ຂອງ​ຄະນະ​ກຳມະການ​ອຸດ​ສາ​ຫະກຳວິທະຍາສາດ​ເຕັກນິກ​ປ້ອງ​ກັນຊາດຈີນກ່າວ​ວ່າ,ວຽກ​ງານ​ຄົ້ນຄວ້າ​ຜະລິດ​ທັງ​ໝົດຂອງ​ໂຄງການບິນ​ສຳ​ຫຼວດດວງ​ຈັນຂອງ​ຈີນ​ພວມ​ດຳ​ເນີນ​ໄປ​ຕາມ​ແຜນການທຸກ​ຢ່າງ,ປີ​ນີ້​ຈະ​ເລືອກ​​ເອົາ​ຍານສົ່ງ​ດາວ​ທຽມ​​ໂຄຈອນ​ອ້ອມ​ດວງຈັນ"ຊາງ​ເອີ​ເລກ​ໜຶ່ງ"​ເຊິ່ງ​ເປັນດາວ​ທຽມ​ໂຄຈອນ​ອ້ອມ​ດວງ​ຈັນ​ໜ່ວຍທຳ​ອິດ​ຂອງ​ຈີນ.

ໃນ​ກອງ​ປະຊຸມ​ວຽກ​ງານ​ອຸດສາຫະກຳ​ວິທະຍາສາດ​ເຕັກນິກ​ປ້ອງ​ກັນຊາດຈີນປີ2007ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ຮວາງ​ຊຽງ​ກ່າວ​ວ່າ,ຍ້ອນ​​ໄດ້ພິຈາລະນາ​ປັດ​ໄຈ​ທຸກດ້ານ,ວັນ​ເວລາ​ທີ່​ຍິງສົ່ງ​ດາວ​ທຽມອ້ອມ​ດວງ​ພະຈັນ"ຊາງ​ເອີ​ເລກ​ໜຶ່ງ"ຍັງ​ບໍ່​ທັນ​ໄດ້​ຕົກລົງ​ເທື່ອ,​ແຕ່​ວຽກ​ງານ​ຄົ້ນຄວ້າ​ຜະລິດ​ທັງ​ໝົດ​ຂອງ​ໂຄງການ​ນີ້​ພວມ​ດຳ​ເນີນ​ໄປ​ຕາມ​ແຜນການ,​ແລະ​ຈະເລືອກ​​ເອົາ​ຍານ​ຍິງ​ສົ່ງ​ໃນ​ປີ​ນີ້​ຢ່າງ​ແນ່ນອນ.