ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-10 15:53:46    
ກົມ​ປ່າ​ໄມ້​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຂ​ະ​ແໜງ​ການ​ຄຸ້ມ​ຄອງ​ທີ່​ກ່ຽວ​ຂ້ອງ​ຂອງ​ໄຕ້​ຫວັນ​ຄວນ​ອະ​ນຸຍາດ​​ໃຫ້ໝີ​ແພນ​ດາ​ເຂົ້າ​ເກາະ​ໄຕ້​ຫວັນ

cri Author: da
ຕາມ​ຂ່າວCRI:ວັນ​ທີ 10 ມັງກອນ​ນີ້ ທ່ານ​ຊາວ​ຊິງ​ຢາ​ວ ​ໂຄສົກ​ຂອງ​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ແຜ່ນດິນ​ໃຫຍ່​ໄດ້​ເຮັດ​ວຽກ​ງານ​ກະກຽມ​ທັງ​ໝົດ​ເພື່ອມອບ​ໝີ​ແພນ​ດາ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ.ປະຈຸ​ບັນ​ຕ້ອງການ​ຂະ​ແໜງ​ການ​ຄຸ້ມ​ຄອງ​ທີ່​ກ່ຽວຂ້ອງ​ຂອງ​ໄຕ້​ຫວັນ​​ຕອບ​ສະໜອງ​ຄວາມ​ປາ​ຖະໜາ​ຂອງ​ພີ່​ນ້ອງຮ່ວມ​ຊາດ​ໄຕ້​ຫວັນ​ແລະ​ພີ່ນ້ອງຮ່ວມ​ຊາດແຜ່ນດິນ​ໃຫຍ່,ອະນຸຍາດ​ໃຫ້​ໝີ​ແພນ​ດາ​ເຂົ້າ​ເກາະ​ດ້ວຍ​ທ່າ​ທີ​​ເປີດ​ໃຈກວ່າ​ເກົ່າ.

​ເດືອນມັງກອນປີ​2006,ກົມ​ປ່າ​ໄມ້​ແຫ່ງ​ຊາດ​ໄດ້​ຄັດ​ເລືອກ​ແລະ​ປະກາດ​ວ່າ​​ແຜ່ນດິນ​ໃຫຍ່ຈະ​ມອບໝີ​ແພນ​ດາ​ຄູ່​ໜຶ່ງ​ໃຫ້​ໄຕ້​ຫວັນ,ປະຈຸ​ບັນ ໝີ​ແພນ​ດາ​ສອງ​ໂຕ​ນີ້​,​ສຸຂະພາບ​ແຂງ​ແຮງດີ.

ສື່​ມວນ​ຊົນ​ໄຕ້​ຫວັນ​ລາຍ​ງານ​ວ່າ,ຂະ​ແໜງ​ການ​ຄຸ້ມ​ຄອງ​ຂອງໄຕ້​ຫວັນ​ກ່າວ​ວ່າ,​ໜ່ວຍງານ​ຂອງໄຕ້​ຫວັນທີ່​ຮ້ອງ​ຂໍ​ລ້ຽງ​ໝີ​ແພນ​ດາ,ຕ້ອງ​ຈ່າຍ​ທຶນລ້ຽງກ້ອນ​ໃຫຍ່​ໃຫ້​ແຜ່ນດິນ​ໃຫຍ່.ທ່ານ​ຊາວ​ຊິງ​ຢາ​ວກ່າວ​ວ່າ,ຂ່າວ​ນີ້​ບໍ່​ມີ​ມູນ​ຄວາມ​ຈິງ​ເ​ລີ​ຍ.ທ່ານ​ກ່າວ​ວ່າ,​ແຜ່ນດິນ​ໃຫຍ່​ມອບ​ໝີ​​ແພນ​ດາ​ຄູ່​ໜຶ່ງ​ໃຫ້​ໄຕ້​ຫວັນ​​ແມ່ນ​ການ​ກະທຳ​ທີ່​ມີ​ເຈດ​ຕະນາ​ດີ​​ແລະ​ເພື່ອ​ສະ​ແດງຄວາມ​ຮັກ​ແພງ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ,ບໍ່​ຕ້ອງ​ຈ່າຍ​ເງິນ,​ແລະບໍ່​ມີ​ເງື່ອນ​ໄຂ​ຫຍັງ​ໝົດ.​ແຜ່ນ​ດິນ​ໃຫຍ່​ບໍ່​ພຽງ​ແຕ່​ບໍ່​ຢາກ​ໃຫ້​ໄຕ້​ຫວັນ​ຈ່າຍ​ເງິນ​ຫຍັງທໍ່​ນັ້ນ,ຫາກ​ຍັງ​ຈະ​ສະໜອງ​ການ​ຊ່ອຍ​ເຫຼືອ​​ຢ່າ​ງບໍ່​ຕ້ອງ​ເສຍຄ່າ​ໃນ​ດ້ານ​ການ​ກໍ່ສ້າງ​ບ່ອນ​ລ້ຽງ​ແລະ​ເຕັກນິກ​ລ້ຽງ​ໝີ​ແພນ​ດາ​ໃຫ້​ໄຕ້​ຫວັນ​ອີກ​ດ້ວຍ.