ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-11 10:17:20    
ຜູ່​ຊ່ຽວ​ຊານ​ເຫັນ​ວ່າ​ການ​ຄ້າ​ດ້ານ​ບໍ​ລິ​ການ​ລະ​ຫວ່າງ​ຈີນ​ກັບ​ອາຊ​ຊຽນ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 10 ມັງກອນ​ນີ້,ທ່ານ​ລູ້​ຈ້ຽນ​ເຢີ​ນ ຜູ່​ຊ່ຽວຊານ​ບັນຫາ​ເສດຖະກິດ​ຈີນ​ອາຊ​ຽນ​ເວົ້າວ່າ, ຖ້າວ່າ​ຈີນ​ກັບ​ອາຊ​ຽນ​ເຊັນ​ສັນຍາ​​ຊຸກ​ຍູ້​ການ​ຄ້າບໍລິການ​ໃນ​ພາຍ​ຫນ້າ,ການ​ຄ້າ​ດ້ານ​ບໍລິການ​ລະຫວ່າງ​ສອງ​ຝ່າຍ​ກໍ່​ມີ​ຫວັງຈະ​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ.

ທ່ານ​ລູ້​ຈ້ຽນ​ເຢີ​ນ​ແມ່ນ​ກ່າວ​ຄຳ​ເວົ້າດັ່ງກ່າວ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ຫວນ​ຄືນ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນກັບ​ອາຊ​ຊຽນ​ໃນ​ປີ 2006 ​ແລະ​ຈ້ອງ​ມອງ​ປີ 2007 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 10 ມັງກອນ​ນີ້.

ທ່ານ​ລູ້​ຈ້ຽນ​ເຢີ​ນ​ເວົ້າວ່າ, ປັດຈຸບັນ, ຈີນ​ແລະ​ບັນດາ​ປະ​ເທດ​ອາຊຽນຕ່າງ​ມີ​ທ່າ​ແຮງ​ຂອງ​ໃຜລາວ​ໃນ​ດ້ານ​ບໍລິການ.ຕົວຢ່າງ​ຄື:ຈີນ​ມີ​ທ່າ​ແຮງ​ຫລາຍ​ໃນ​ດ້ານ​ບໍລິ​ການ​ຄອມ​ພິວ​ເທີ​ແລະ​ອື່ນໆ,ສ່ວນ​ສິງກະ​ໂປກໍ່ມີ​ທ່າ​ແຮງ​ໃນ​ດ້ານ​ການ​ທະນາຄານ ກົດຫມາຍ​ແລະ​ການ​ບໍລິການຈັດ​ກອງ​ປະຊຸມ​ແລະ​ງານ​ວາງສະ​ແດງ​ເປັນຕົ້ນ.

ທ່ານ​ຄາດ​ວ່າ, ​ໃນປີ 2007, ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາຊຽນຈະ​ເພີ່ມ​ຂຶ້ນ​ດ້ວຍ​ຄວາມ​ໄວປະມານ 20%,​ແຕ່​ອັດຕາເພີ່ມ​ຂຶ້ນຈະ​ຕ່ຳ​ກວ່າ​ປີ 2006 ​ເລັກຫນ້ອນ​.