ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-11 20:39:08    
ຈີນ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຕາ​ເວັນ​ອອກ​ກາງ

cri
ຕາມ​ຂ່າວCRI,​ວັນ​ທີ​11​ມັງ​ກອນ​ນີ້,​ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ໂອ​ລົ້ມ​ກັບ​ທ່ານ​ເອ​ຮຸດ​ໂອນ​ເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ,​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ,​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຢ່າງ​ຮອບ​ດ້ານ ທ່ຽງ​ທຳ​ແລະ​ຖາ​ວອນ.

ເມື່ອ​ກ່າວ​ເຖິງ​ສະຖານ​ະການ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ,​ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ,​ການ​ ແກ້​ໄຂ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ໂດຍ​ໄວ,​ເຮັດໃຫ້​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ມີ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ນັ້ນ​ແມ່ນ​ຄວາມ​ປາ​ຖະ​ໜາ​ອັນ​ຮີບ​ດ່ວນ​ຂອງ​ປະ​ຊາ​ຊົນ ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ແຫ່ງ​ນີ້​ແລະ​ກໍ​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ​ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຖື​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ເປັນ​ເປົ້າ​ໝາຍ,​ໃຊ້​ວິ​ທີ​ເຈ​ລະ​ຈາ​ ກັນ,​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ແກ້​ໄຂ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ໂດຍ​ໄວ​ບົນ​ພື້ນ​ຖານ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະຊາ​ຊາດ​ແລະ​ຫຼັກ​ການ​ເອົາ​ທີ່​ດິນ​ແລກ​ປ່ຽນ​ສັນ​ຕິ​ພາບ.

ທ່ານ​ໂອນ​ເມີດ​ກ່າວ​ວ່າ,​ຝ່າຍ​ອິສ​ຣາ​ແອນ​ຍ້ອງ​ຍໍ​ຝ່າຍ​ຈີນ​ທີ່​ຖື​ຫຼັກ​ໝັ້ນ​ທ່ຽງ​ທຳ​ໃນ​ບັນ​ຫາ​ພາກ​ພື້ນ​ເຊັ່ນ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ເປັນ​ຕົ້ນ,​ຫວັງ​ໃຫ້​ຝ່າຍ​ຈີນ​ສືບ​ຕໍ່​ພະ​ຍາ​ຍາມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ.