ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-13 22:27:49    
ຕະຫຼາດທຶນ​ຈີນ​ຈະ​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ໄຂ​ປະ​ຕູ​ກວ່າ​ເກົ່າ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 13 ມັງກອນ ຢູ່​ທີ່​ປັກ​ກິ່ງ, ທ່ານ​ຖູ​ກ່ວງຊ້າ​ວ ຮອງ​ປະທານຄະນະ​ກຳມະການ​ຕິດຕາມຄຸ້ມ​ຄອງຫຼັກຊັບ​ຂອງ​ຈີນ​ກ່າວ​ວ່າ, ຕໍ່​ໄປ​ພາຍ​ໜ້າ, ຕະຫຼາດທຶນ​ຈີນ​ຈະ​ມີ​ປະສິດທິພາບ​ສູງ​ແລະ​ໄຂ​ປະຕູ​ກວ່າ​ເກົ່າ, ອຳນວຍ​ແທ່ນ​ຫ້າງ​ຫາ​ທຶນ​ທີ່​ດີງາມ​​ໃຫ້​ແກ່​ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ.

ທ່ານ​ຖູ​ກ່ວງຊ້າ​ວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າຮ່ວມ​ເວທີ​ປາ​ໄສ​ຕະຫຼາດທຶນ​ຈີນ​ຄັ້ງທີ 11.

ທ່ານ​ເວົ້າວ່າ, ປັດຈຸບັນ, ຕະຫຼາດທຶນ​ຈີນ​ໄດ້​ມີ​ທ່ວງທ່າ​ພັດທະນາ​ອັນ​ດີງາມ. ຕໍ່​ໄປ​ພາຍ​ໜ້າ, ຈີນ​ຈະຫຼຸດການ​ເຂົ້າ​ແຊກ​ທາງ​ບໍລິຫານ​ຂອງ​ລັດຖະບານ​ໃຫ້​ໜ້ອຍ​ລົງ, ຍົກ​ປະສິດທິພາບ​ການ​ພິຈາລະນາ​ອະນຸມັດ​ຄຳ​ຮ້ອງ​ຂໍ​ເຂົ້າຕະຫຼາດຫຸ້ນ​ຂອງ​ວິ​ສາ​ຫະກິດ​ໃຫ້​ສູງ​ຂຶ້ນ; ສົ່ງ​ເສີມ​ຜູ້​ລົງທຶນ​ທີ່​ເປັນ​ອົງການ​ໃຫ້​ພັດທະນາ, ປົວ​ແປງ​ອົງ​ປະກອບ​ການ​ລົງທຶນ​ຂອງ​ຕະຫຼາດທຶນ​ໃຫ້​ດີ​ຂຶ້ນ, ​ເຮັດ​ໃຫ້ການ​ລົງທຶນ​ແບບຫຼັບຫູຫຼັບຕາຂອງ​ຕະຫຼາດທຶນຫຼຸດໜ້ອຍ​ລົງ; ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາບຂອງ​ບໍລິສັດທີ່​ເຂົ້າຕະຫຼາດຫຸ້ນ; ພ້ອມ​ກັນນັ້ນ, ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ, ດູດ​ດຶງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ລົງທຶນ​ຕະຫຼາດທຶນ​ຂອງ​ຈີນ.