ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-13 22:29:47    
ຜູ້​ຊ່ຽວຊ່ານ​ການ​ທະ​ນາ​ຄານ​ເວົ້າ​ວ່າ, ບັນ​ຫາ​ອົງ​ປະ​ກອບ​ຂອງ​ຕະ​ຫຼາດ​ທຶນ​ຈີນ​ຍັງ​ຄອຍ​ຖ້າ​ແກ້​ໄຂ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 13 ມັງກອນ, ຢູ່​ທີ່​ປັກ​ກິ່ງ, ຜູ້​ຊ່ຽວຊານ​ການ​ທະນາຄານ​ທີ່​ເຂົ້າຮ່ວມ​ເວທີ​ປາ​ໄສ​ຕະຫຼາດທຶນ​ຈີນ​ຄັ້ງທີ 11 ກ່າວ​ວ່າ, ​ແຕ່​ປີ 2006 ​ເປັນຕົ້ນມາ, ຕະຫຼາດທຶນ​ຈີນ​ໄດ້​ປະກົດ​ມີ​ທ່ວງທ່າ​ຂະຫຍາຍຕົວ​ອັນ​ດີງາມ, ​ແຕ່​ຍັງ​ປະ​ເຊີນ​ບັນຫາ​ອົງ​ປະກອບ​ອັນ​ເລິກ​ເຊິ່ງ.

ຜູ້​ຊ່ຽວຊານ​ກ່າວ​ວ່າ, ​ໃຕ້​ສະພາບ​ເບື້ອງຫຼັງທີ່​ເສດຖະກິດ​ຈີນ​ເຕີບ​ໂຕ​ຂຶ້ນ​ຢ່າງ​ວ່ອງ​ໄວ​ແລະ​ສືບ​ເນື່ອງ, ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ​ການ​ແບ່ງປັນ​ຫຸ້ນ​ສ່ວນ​ໄດ້​ສຳ​ເລັດ​ໃນ​ຂັ້ນພື້ນຖານ​ແລະ​ການ​ປົວ​​ແປງ​ບໍລິສັດຫຼັກຊັບ​ໂດຍ​ສັງ​ລວມ​ໄດ້​ລົງ​​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕະຫຼາດທຶນ​ຈີນ​ເລີ່​ມຍ່າງ​ອອກ​ຈາກ​ສະພາບ​ບໍດີ​ໃນ 5 ປີ​ມາ​ນີ້. ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້, ຍອດ​ມູນ​ຄ່າ​ຂອງ​ບໍລິສັດ​ເຂດ​ໃນ​ຈີນ​ທີ່​ເຂົ້າຕະຫຼາດຫຸ້ນ​ໄດ້​ມີ​ເກືອບ 9 ພັນ​ຕື້​ຢວນ.

ພ້ອມ​ກັນນັ້ນ, ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ, ຕະຫຼາດທຶນ​ຈີນ​ຍັງ​ປະ​ເຊີນ​ບັນຫາ​ອົງ​ປະກອບ​ອັນ​ເລິກ​ເຊິ່ງ, ບັນຫາ​ເຫຼົ່ານີ້​ຕົ້ນຕໍ​ລວມທັງ: ມາດຕະສ່ວນ​ການ​ຫ້າງ​ຫາ​ທຶນ​ໂດຍ​ກົງ​ຕ່ຳ​ໂພດ; ຄຸນ​ນະພາ​ບຂອງ​ບໍລິສັດ​ເຂດ​​ໃນ​ຈີນ​ທີ່​ເຂົ້າຕະຫຼາດຫຸ້ນ​ຍັງ​ມີ​ຄວາມ​ໂຕນ​ກັນ​ກັບ​ບໍລິສັດ​ຕ່າງປະ​ເທດ​ທີ່​ເຂົ້າຕະຫຼາດຫຸ້ນ.