ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-14 11:58:46    
ຈີນ​ໄດ້​ໃຊ້​ທ່າ​ທີ​ເຄັ່ງ​ຂືມ​ແລະ​ຮັບຜິດຊອບ​ໃນ​ດ້ານ​ການ​ຄ້າ​ອາວຸດ​ຍຸດ​ໂທ​ປະກອນ ຕະຫລອດ​ມາ

cri
ຕາມ​ຂ່າວສານ​ຊິນ​ຮວາ​:​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ວັນ​ທີ 14 ມັງກອນ,ທ່ານ​ຫລີ​ວຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ ໃນ​ດ້ານ​ການ​ຄ້າ​ອາວຸດ​ຍຸດ​ໂທ​ປະກອນ,ຈີນ​ໄດ້​ໃຊ້​ທ່າ​ທີ​ເຄັ່ງ​ຂືມ​ແລະ​ຮັບຜິດຊອບ​ຕະຫລອດ​ມາ.

ມີ​ນັກ​ຂ່າວ​ຖາມ​ວ່າ:ມີ​ຂ່າວ​ແຈ້ງວ່າ,ລັອກ​ແກັດ​ທີ່​ຫລອນ​ໂຈມ​ຕີ​ສະຖານທູດ​ອາ​ເມ​ລິ​ກາ​ຢູ່​ອາ​​ແດນ​ແມ່ນ​ຜະລິດ​ຢູ່​ຈີນ,ຝ່າຍ​ຈີນ​ມີ​ຄຳ​ວິຈານ​ແນວ​ໃດ​ຕໍ່​ເລື່ອງ​ນີ້?ທ່ານ​ຫລີ​ວຈ້ຽນຊາວ​ເວົ້າ,ຝ່າຍ​ຈີນ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ແຈ້ງ​ຂ່າວ​ດັ່ງກ່າວ​ແລ້ວ.ລັດຖະບານ​ຈີນ​ຄັດຄ້ານ​ການ​ຫລອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງທີ່​ແນ​ໃສ່​ອົງການຜູ້ຕາງໜ້າ​ແລະ​ເຈົ້າໜ້າ​ທີ່​ການ​ທູດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.ກ່ຽວ​ກັບ​ບັນຫາ​ທີ່​ນັກ​ຂ່າວ​ຖາມ​ນັ້ນ,ສະພາບ​ລະອຽດ​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ,ຝ່າຍ​ຈີນ​ກໍ່​ບໍ່​ໄດ້​ຮັບ​ການ​​ແຈ້ງ​ໃຫ້​ຊາບ​ຈາກ​ຝ່າຍ​ທີ່​ກ່ຽວຂ້ອງ.​ແຕ່​ສິ່ງ​ທີ່​ຕ້ອງ​ຊີ້​ອອກ​ນັ້ນ​ແມ່ນ,​ໃນ​ດ້ານ​ການ​ຄ້າ​ອາວຸດ​ຍຸດ​ໂທ​ປະກອນ,ຈີນ​​ໄດ້​ໃຊ້​ທ່າ​ທີ​ເຄັ່ງ​ຂືມ​ແລະ​ຮັບຜິດຊອບ​ຕະຫລອດ​ມາ,ຍຶດໝັ້ນຫລັກການ​ທີ່​ພຽງ​ແຕ່​ຮ່ວມ​ມື​ດ້ານ​ອາວຸດ​ຍຸດ​ໂທ​ປະກອນກັບປະ​ເທດ​ອະທິປະ​ໄຕ​​ໂດຍ​ຕະຫລອດ,​ທັງ​ມີ​ຜົນ​ດີຕໍ່​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ພ້ອມ​ດວ້ຍສັນຕິພາບ​ແລະ​ສະຖຽນລະ​ພາບ​ຂອງ​ພາກ​ພື້ນ.