ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-14 18:07:22    
"ສັນຍາ​ການ​ຄ້າ​ການ​ບໍລິ​ການ"ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ຈະ​ສ້າງ​ໂອ​ກາດ​ການ​ຄ້າ​ຫຼາຍ​ກວ່າ​ເກົ່າ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 14 ມັງກອນ​ຢູ່​ທີ່​ປັກ​ກິ່ງ, ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, "ສັນຍາ​ການ​ຄ້າ​ການ​ບໍລິການ"ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນທີ່​ຈີນ​ກັບ​ອາຊ​ຽນ​ເຊັນ​ກັນນັ້ນຈະ​ສ້າງ​ໂອກາດ​ການ​ຄ້າຫຼາຍກວ່າ​ເກົ່າ​ໃຫ້​ແກ່​ສອງ​ຝ່າຍ.

ວັນ​ທີ 14 ມັງກອນ, ຈີນ​ກັບ 10 ປະ​ເທດ​ອາ​ຊຽນ​​ໄດ້ເຊັນ"ສັນຍາ​ການ​ຄ້າ​ການ​ບໍລິການ"ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນຢູ່​​ເຊ​ບູຂອງ​ຟິລິບ​ປິນ. ​ໂຄສົກ​ຖະ​ແຫຼງຂ່າວຂອງກະຊວງການ​ຄ້າ​ຈີນ​​ແນະນຳ​ວ່າ, ອິງ​ຕາມ​ຄຳ​ໝັ້ນສັນຍາ​ຂອງ​ສອງ​ຝ່າຍ​ໃນ​ສັນຍາ, ບົນ​ພື້ນຖານ​ທີ່​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາຂອງ​ໃຜລາວ​ໃນ​ອົງການ​ການ​ຄ້າ​ໂລກ, ຈີນ​ກັບ 10 ປະ​ເທດ​ອາຊຽນຈະ​ເປີດ​ຕະຫຼາດການ​ບໍລິການ​​ເຊິ່ງກັນ​ແລະ​ກັນຕື່ມ​ອີກ, ສະໜອງ​ເງື່ອນ​ໄຂ​ອະນຸມັດ​ເຂົ້າຕະຫຼາດທີ່​ມີ​ນະ​ໂຍບາຍ​ພິ​ເສດຫຼາຍກວ່າ​ເກົ່າ. ຄຳ​ໝັ້ນສັນຍາການ​ເປີດຕະຫຼາດ​ເຫຼົ່ານີ້ບໍ່ພຽງ​ແຕ່ມີ​ຜົນ​ດີ​ຕໍ່​ການ​​ເປີດ​ກວ້າງ​ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຂອງ​ຂະ​ແໜງ​ການ​ບໍລິການ​ຂອງສອງ​ຝ່າຍ, ບັນລຸ​ການ​ຕາບ​ຈູ​ນທ່າ​ແຮງ​ເຊິ່ງກັນ​ແລະ​​ກັນ, ​ເພີ່ມທະວີກຳລັງ​ແກ່ງ​ແຍ່ງ​, ​ເປີດ​ກວ້າງ​ການສົ່ງອອກ​ການ​ຄ້າ​ການ​ບໍລິການ​ເທົ່າ​ນັ້ນ, ຍັງ​ສາມາດ​ເຮັດໃຫ້​ຜູ້​ບໍລິ​ໂພ​ກຂອງ​ສອງ​ຝ່າຍ​ເປີດ​ກວ້າງ​ຂອບ​ເຂດຄັດ​ເລືອກ​ການ​ບໍລິການ, ​ໄດ້​ຮັບ​ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບດີຫຼາຍກວ່າ​ເກົ່າ.

ທ່ານ​ກ່າວ​ວ່າ, ການ​ເຊັນ"ສັນຍາ​ການ​ຄ້າ​ການ​ບໍລິການ"ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ແມ່ນ​ຜົນສຳ​ເລັດ​ທີ່​ສຳຄັນ​ອີກ​ລາຍ​ໜຶ່ງ​ໃນ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ກ້າວ​ໄປ​ໜ້າ​ທີ່​ເປັນ​​ຂໍ​ກະ​ແຈ, ​ໄດ້​ສ້າງ​ພື້ນຖານ​ອັນ​ໜາ​ແໜ້ນ​ກວ່າ​ເກົ່າ​ໃຫ້​ແກ່​ການສ້າງ​ເຂດ​ການ​ຄ້າ​ເສລີຈີນ​ອາ​ຊຽນ​ໃຫ້​ສຳ​ເລັດ​ຮອບດ້ານ.