ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-16 17:10:18    
ສານ​ປະ​ຊາ​ຊົນ​ຂອງ​ຈີນ​ຈະ​ເພີ່ມ​ການ​ປັບ​ໄໝ​ຕໍ່​ການ​ກະ​ທຳ​ລ່ວງ​ລ້ຳ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 15 ມັງກອນ​ນີ້,ສານ​ປະຊາຊົນ​ສູງ​ສຸດຈີນ​ໄດ້​ປະກາດ​ຄວາມ​ເຫັນສະບັບ​ໜຶ່ງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ຕັດສິນຄະດີ​ສິດ​ຊັບ​ສິນ​ທາງ​ປັນຍາ,ສະ​ເໜີ​ໃຫ້​ລົງ​ໂທດການ​ລ່ວງ​ລະ​ເມີດສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ເຂັ້ມງວດ​ຕາມ​ກົດໝາຍ,ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນການ​ບັງຄັບໄຊ້​ແທນ​ຄ່າ​​ເສຍ​ຫາຍ​ເປັນ​ຕົ້ນ,ຕັດຄວາມ​ສາມາດ​ແລະ​ເງື່ອນ​ໄຂ​​ທີ່​ຈະ​ກະທຳ​ຜິດ​ຊ້ຳອີກ​ຂອງ​ຜູ້​ລ່ວງ​ລ້ຳ​ສິດຈາກ​ດ້ານ​ເສດຖະກິດ.

ຄວາມ​ເຫັນ​ສະ​ເໜີ​ອອກ​ມາ​ວ່າ,ຕ້ອງ​ເສີມ​ຂະ​ຫຍາຍ​ພາລະບົດ​ບາດ​ທີ່ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ທາງ​ອາຍາ​ແລະ​ທາງ​ຕຸລາການ​ຢ່າງ​ເຕັມທີ່,ນຳ​ໃຊ້​ມາດ​ຕະ​ການ​ລົງ​ໂທດ​ທາງ​ອາຍາ​ຕ່າງໆ​ຕາມ​ກົດ​ໝາຍ.ຕໍ່​ການ​ກະທຳ​ຜິດທີ່​ກ່ຽວ​ພັນ​​ເຖິງ​ສິດ​ຊັບ​ສິນ​ທາງ​ປັນຍາ,ຕ້ອງ​ລົງ​ໂທດ​ຢ່າງ​​ເຂັ້ມ​ງວດ​ກວ່າ​ເກົ່າຕາມ​ກົດໝາຍ;​ໃນ​ເວລາ​ນຳ​ໃຊ້​ວິທີ​ລົງ​ໂທດ​ຕົ້ນຕໍ​ຕາມ​ກົດໝາຍ​ນັ້ນ​ຍັງເພີ່ມ​ການ​ປັບ​ໄໝ;ຜ່ານ​ຈາກການ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ການຍຶດ​​ເອົາລາຍ​ໄດ້​ທີ່ຜິດ​ກົດໝາຍ ຍຶດ​ເອົາ​ເຄື່ອງມືກະທຳ​ຜິດ ທຳລາຍ​ຜະລິດ​ຕະພັນທີ່ລ່ວງ​ລ້ຳ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະການບັງຄັບໄຊ້​ແທນ​ຄ່າ​ເສຍ​ຫາຍ​ເປັນ​ຕົ້ນ,ຕັດຄວາມ​ສາມາດ​ແລະ​ເງື່ອນ​ໄຂທີ່​ຈະ​ກະທຳ​ຜິດ​ຊ້ຳອີກ​ຂອງ​ຜູ້​ລ່ວງ​ລ້ຳ​ສິດຈາກ​ດ້ານ​ເສດຖະກິດ.

ຄວາມ​ເຫັນ​ຍັງ​ຂຽນ​ວ່າ,ຕໍ່​ຄວາມ​ຂັດ​ແຍ່ງກັນ​ທາງ​ຄະ​ດີ​ແພ່ງ​ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນ​ຍາ,ຈະ​ເພີ່ມ​ການ​ໄຊ້​ແທນ​ຄ່າ​ເສຍ​ຫາຍ​ຫຼາຍ​ກວ່າ​ເກົ່າ​ແລະ​ການ​ລົງ​ໂທດ​ທາງ​ຄະດີ​ແພ່ງ​ຕາມ​ກົດ​ໝາຍ,​ຄົນ​ທຳ​ມະ​ດາ​ຍັງ​ສາມາດ​ໄດ້​ຮັບ​​ເງິນ​ຄ່າ​ປົວ​ແປງ​ຈິດໃຈທີ່​ສົມ​ມາ​ພາ​ຄວນຍ້ອນຈິດ​ໃຈຖືກທຳຮ້າຍ.