ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-16 19:04:02    
ຝ່າຍ​ຈີນ​ສະ​ໜັບ​ສະ​ໜູນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ດຳ​ເນີນ​ການ​ປະ​ຕິ​ຮູບ​ທີ່​ຈຳ​ເປັນ​ແລະ​ສົມ​ເຫດ​ສົມ​ຜົນ

cri

ຕາມ​ຂ່າວcri:ວັນ​ທີ16 ມັງກອນ​ນີ້,ທ່ານລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ,ຝ່າຍ​ຈີນ​ສະໜັບ​ສະ​ໜູນ​ສະພາຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດດຳ​ເນີນ​ການປະຕິ​ຮູບທີ່ຈຳ​ເປັນ​ແລະ​ສົມ​ເຫດ​ສົມ​ຜົນ,​ເພື່ອ​ຍົກ​ສູງ​ອິດ​ທິພົນ​ແລະ​ປະສິດທິ​ພາບຂອງ​ສະ​ພາ​ຄວາມ​ໝັ້ນຄົງ.

ໃນ​ງາ​ນຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ລິວ​ຈ້ຽນຊ່າວ​ຢືນຢັນ​ວ່າ,​ໃນ​​ໄລ​ຍະ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ,ນາ​ຍັກ​ລັດຖະມົນຕີ​ຈີນ​​ກັບ​ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ປະຕິ​ຮູບ​ສະ​ພະຄວາມ​ໝັ້ນຄົງ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ກ່າວ​ລື້​ມວ່າ,ຫຼັກ​ໝັ້ນ​ຂອງຝ່າຍ​ຈີນ​ໃນບັນຫາປະ​ຕິ​ຮູບ​ສະ​ພາຄວາມ​ໝັ້ນຄົງ​ບໍ່​ມີ​ການປ່ຽນ​ແປງ,ຝ່າຍ​ຈີນ​ສະໜັບ​ສະ​ໜູນ​ການເພີ່ມ​ທະວີ​ຕົວ​ແທນ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ​ໂດຍ​ສະ​ເພາະ​​ແມ່ນ​ປະ​ເທດ​ອາ​ຟຼິກາກ່ອນ.ທ່ານ​ກ່າວ​ວ່າ,ປັດຈຸບັນ,ບັນດາ​ຝ່າຍ​ພວມ​ຫາລື​ບັນຫາ​ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງ,​ແຕ່​ວ່າ​ຢູ່ລະຫວ່າງ​ບັນດາ​ຝ່າຍ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ,ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍຕ່າງໆ​ສືບ​ຕໍ່​ຍາດ​ແຍ່ງ​​ໃຫ້ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ໂດຍ​ຜ່ານ​ການ​ຫາລືກັນ​ຢ່າງ​ເຕັມທີ່​ແລະ​ປະຊາທິປະ​ໄຕ,ຫາ​ໄດ້​ແຜນການ​ປະຕິ​ຮູບ​ທີ່​ປະ​ເທດ​ສ່ວນ​ຫຼາຍ​ຮັບ​ເອົາ​ໄດ້.