ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-17 19:04:35    
ເຂດ​ກວາງ​ຊີ​ພະ​ຍາ​ຍາມ​ສ້າງ​ເຂດ​ເສດ​ຖະ​ກິດ​ອ່າວ​ພາກ​ເໜືອ​ເປັນ​ຂົວ​ແລະ​ແຫຼ່ງ​ທີ່​ຕິດ​ຕໍ່​ຈີນ​ກັບ​ອາຊຽນ

cri

ຕາມ​ຂ່າວcri:​ເຂດ​ປົກຄອງ​ຕົນ​ເອງ​​​ເຜົ່າ​ຈວງ​ກວາ​ງຊີ​ຂອງ​ຈີນ​ພວມ​ຕັ້ງໜ້າ​ສ້າງ​ເຂດ​ເສດຖະກິດ​ອ່າວ​ພາກ​ເໜືອ​ເປັນ​ຂົວ​​ສຳຄັນ​ທີ່​ຕິດ​ຕໍ່​ຈີນ​ກັບ​ອາຊ​ຽນ,​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາກ​ພື້ນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,ທ່ານ​ລິວ​ຊີ​ປາວ ຜູ້​ຮັບຜິດຊອບ​ຕົ້ນຕໍ​ຂອງເຂດ​ກວາ​ງຊີ​ກ່າວ​ວ່າ,ອ່າວ​ພາກ​ເໜືອ​​ຕັ້ງ​ຢູ່​ໃຈກາງ​ເຂດ​ການ​ຄ້າ​ເສລີ​ຈີນອາຊ​ຽນ.​ເພື່ອ​ເລັ່ງລັດ​ການ​ໄຂ​ປະຕູ​ແລະ​ພັດທະນາ​ຂອງ​ເຂດ​ເສ​ດຖະກິດ​ອ່າວ​ພາກ​ເໜືອ,ກວາງຊີ​ພວມ​​ວາງ​ແຜນການ,​ເພີ່​ມທະວີ​ການສ້າງສາພື້ນຖານ​ໂຄງ​ລ່າງລາຍ​ຕ່າງໆ​ທີ່​ຖື​ທ່າ​ກຳ​ປັ່ນ​ເປັນ​ຈຸດໜັກ,ຕັ້ງໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ,​ເຮັດ​ໃຫ້​​ເຂດ​​ເສ​ດຖະກິ​ດອ່າວ​ພາກ​ເໜືອ​​ເປັນ​ສູນ​ບໍລິການວັດ​ສະ​ຕຸ​ຈໍລະ​ຈອນ​,​ສູນການ​ຄ້າ,​ສູນປຸງ​ແຕ່ງ​​ສູນ​ແລກປ່ຽນ​ຂ່າວສານ​ລະຫວ່າງ​ຈີນ​ກັບ​ອາຊຽນ,ຊຸກຍູ້ການ​​ໄຂ​ປະຕູ​ສູ່​ພາຍ​ນອ​ກ​ແລະ​ການ​ພັດທະ​ນາ​ເສດຖະກິດ​ຂອງ​ກວາງຊີ​ກໍ​ຄືນັ້ນ​ທົ່ວ​ເຂດ​ຕ​າ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ.