ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-18 13:04:41    
ຍອດ​ມູນ​ຄ່າ​ການ​ຄ້າ​ຂົນ​ສົ່ງ​ທາງ​ນ້ຳ​ລະ​ຫວ່າງ​ຊາດ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂ​ອງ​ລື່ນ​ກາຍ 10 ຕື້​ຢວນ

cri Author: mo
ຕາມ​ຂ່າວສານ​ຈີນ: ວັນ​ທີ 17 ມັງກອນ, ຢູ່​​ນະຄອນ​ຄຸນ​ມິ​ງ ພາກ​ໃຕ້​ຂອງ​ຈີນ, ທ່ານ​ສຽວ​ຊິນ​ມິນ ຫົວໜ້າ​ກົມ​ທະ​ເລ​ແມ່​ນ້ຳ​ລ້ານ​ຊ້າງ​ຈີນ​ກ່າວ​ວ່າ, ​ໃນ 5 ປີ​ມາ​ນີ້, ນັບ​ລວມ​ແລ້ວ, ປະລິມານ​ຂົນ​ສົ່ງ​​ສິນຄ້າຂາ​ເຂົ້າຂາ​ອອກຕາມ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງບັນລຸ​ເຖິງ 2 ລ້ານ​ໂຕນ, ມູນ​ຄ່າ​ການ​ຄ້າລື່ນ​ກາຍ 10 ຕື້​ຢວນ, ​ໄດ້​ນຳ​​ເອົາ​ປະສິດທິ​ຜົນ​​ເສດຖະກິດ​ຢ່າງຫຼວງຫຼາຍມາ​ໃຫ້​ປະ​ເທດ​ແລະ​ມວນ​ຊົນ​ຢູ່​ແຄມ​ຝັ່ງ. ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​ພວມ​ກາຍ​ເປັນ​ແມ່​ນ້ຳ​ສຳຄັນ​ທີ່​ຕິດ​ຕໍ່​ການ​ໄປມາຫາ​ສູ່​ກັນ​ທາງ​ເສດຖະກິດ​ລະຫວ່າງ​ຈີນ​ກັບ​ອາຊີ​ອາຄະ​ເນ.

ໃນ​ຖານ​ເປັນ​ຂົງ​ເຂດ​ຮ່ວມ​ມື​ຈຸດ​ໜັກ​ໃຕ້​ຂອບ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກພື້ນ​ແມ່​ນ້ຳຂອງ​ແລະ​ກົນ​ໄກ​ຮ່ວມ​ມື​ຄົມມະນາຄົມ​ຈີນ​ອາ​ຊຽນ, ການ​ພັດທະນາ​ການ​ຂົນ​ສົ່ງ​ທາງ​ນ້ຳ​ຂ້າມ​ຊາດຕາມແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​ສາມາດ​ຊັກ​ຈູງ​ເສດຖະກິດເຂດ​ລຽບ​ແມ່​ນ້ຳມີ​ການ​ພັດທະນາ​ໂດຍ​ກົງ. ​ໄດ້ຮັບ​ການ​ສະໜັບສະໜູນຈາກ​ລັດຖະບານ​ແລະ​ປະຊາຊົນ​ບັນດາ​ປະ​ເທດ​​ແຄມ​ຝັ່ງ. ຕາມ​ສະ​ເໜີ​ວ່າ, ປັດຈຸບັນ, ລະດັບ​ນ້ຳໜັກ​ຂອງກຳ​ປັ່ນ​ທີ່​​ຂົນ​ສົ່ງ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​ໄດ້​ໃຫຍ່​ຂຶ້ນ​ຢ່າງຫຼວງຫຼາຍ, ຕົ້ນທຶນ​ການ​ຂົນ​ສົ່ງ​ກໍ​ໄດ້ຫຼຸດລົງ. ຂະນະ​ດຽວ​ກັນ, ນອກຈາກ​ການ​ຂົນ​ສົ່ງ​ສິນຄ້າ​ດັ້ງ​ເດີມ​ແລ້ວ, ປັດຈຸບັນ, ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​​ໄດ້​ເພີ່ມ​ຂົນ​ສົ່ງ​ນ້ຳມັນ​ສຳ​ເລັດ​ຮູບ, ຂົນ​ສົ່ງ​ນັກທ່ອງ​ທ່ຽວ​ແລະ​ຂົນ​ສົ່ງ​ຂອງ​ສົດ​​ແຊ່​ເຢັນ​ເປັນຕົ້ນ, ຊະນິດ​ການ​ຂົນ​ສົ່ງ​ໄດ້ຫຼາຍຂຶ້ນ​ຕື່ມ.