ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-18 18:35:44    
ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ຍີ່​ປຸ່ນ​ກີດ​ຂວາງ​ສະຫະ​ພາບ​ເອີ​ລົບ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຈີນ

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 18 ມັງກອນ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ລີ​ວຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ,ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​​ແຮງ​ຕໍ່​ຍີ່ປຸ່ນ​ກີດຂວາງ​ສະຫະ​ພາບ​ເອີ​ລົບ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຈີນ,ກ່ຽວ​ກັບ​ບັນຫາ​ນີ້,ຝ່າຍ​ຈີນ​ໄດ້ສະ​ແດງ​ຄວາມສົນ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ຍີ່ປຸ່ນ​ໂດຍ​ຜ່ານ​ຊ່ອງ​ທາງ​ການທູດ.

ໃນ​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມັງ​ກອນ​ນີ້,ທ່ານ​ລີວ​ຈ້ຽນ​ຊ່າວ​ເວົ້າ​ວ່າ,ທີ່ຈິງ​ແລ້ວ,ບັນ​ຫາສະ​ຫະ​ພາບ​ເອີ​ລົບ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຈີນນັ້ນ​ແມ່ນ​ເລື່ອງ​ລະ​ຫວ່າງ​ຈີນ​ກັບ​ສະຫະພາບ​ເອີ​ລົບ,ບໍ່​ມີ​ການ​ຜົນ​ພັນຈັກ​ເມັດ​ກັບ​ຍີ່ປຸ່ນ,ກໍ່​ບໍ່​​ໄດ້​ສ້າງ​ການ​ຂົ່ມ​ຂູ່​​ໃດໆ​ຕໍ່​ຍີ່ປຸ່ນ.​ໃຕ້​ສະພາບ​ການ​ປະຈຸ​ບັນ,ຝ່າຍ​ຈີນ​ຫວັງ​ໃຫ້​ຍີ່ປຸ່ນຈົ່ງ​ເຮັດ​ເລື່ອງ​ທີ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ການ​ປົວ​ແປງ​ແລະ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້,ຫາກ​ບໍ່​ແມ່ນ​ສ້າງ​ຄວາມ​ຫຍຸ້ງຍາກ​ຫຼາຍ​ກວ່າ​ເກົ່າ,ນີ້​ຈຶ່ງ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ຈີນ​ແລະ​ຍີ່ປຸ່ນ.

ໂດຍ​ແນ​ໃສ່​ການ​ກະທຳ​ໃໝ່​ຈຳນວນ​ໜຶ່ງ​ຂອງ​ຍີ່ປຸ່ນ​ໃນ​ຂົງ​ເຂດ​ການ​ທະຫານ​ຫວ່າງ​ມໍ່ໆ​ນີ້,ທ່ານ​ລີ​ວຈ້ຽນຊ່າວ​ເວົ້າ​ວ່າ,ການ​ກະທຳ​ທີ່​ກ່ຽວຂ້ອງ​ຂອງ​ຝ່າຍຍີ່ປຸ່ນ​ໄດ້​ພາ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ຈຳນວນ​ໜຶ່ງ​ເຊິ່ງລວມທັງ​ຈີນ​ສົນ​ໃຈ​ນຳ.ຝ່າຍ​ຈີນ​ຫວັງ​ໃຫ້​ຍີ່ປຸ່ນ​ຈົ່ງຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະ​ນາ​ໂດຍ​ສັນຕິ,ນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ຍີ່ປຸ່ນ,ຍັງ​ມີ​ຜົນ​ປະ​ໂຫຍ​ດຕໍ່​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ແຫ່ງນີ້.