ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-19 17:36:07    
ອັດຕາ​ເງິນ​ກູ້​ບໍ່​ອອກ​ຜົນ​ຂອງ​ທະ​ນາ​ຄານ​ການ​ຄ້າ​ທີ່​ສຳ​ຄັນ​ຂອງ​ຈີນ​ຫຼຸດ​ລົງ​​ເຖິງ 7,51%

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢີນມິນ​ຢື້​ປ້າວ: ຂໍ້​ມູນ​ສະຖິຕິ​ທີ່​ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງຂະ​ແໜງການ​ທະນາຄານ​ຈີນ​ປະກາດ​ໃນ​ວັນ​ທີ 18 ມັງກອນ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ປີ​ກາຍ​ນີ້, ​ຍອດ​​ເຫຼືອ​​ຂອງເງິນ​ກູ້​ບໍ່​ອອກ​ຜົນ​ແລະ​ອັດຕາ​ເງິນ​ກູ້​ບໍ່​ອອກ​ຜົນຂອງ​ທະນາຄານ​ການ​ຄ້າ​ທີ່ສຳຄັນ​ຂອງ​ຈີນ​ໄດ້​ຫຼຸດລົງ​ຕໍ່​ມາ. ອັດຕາ​ເງິນ​ກູ້​ບໍ່​ອອກ​ຜົນຫຼຸດລົງ​ຮອດ 7,51%.

ນັບ​ມາ​ຮອດ​ທ້າຍ​ປີ 2006, ທະນາຄານ​ການ​ຄ້າ​ສຳຄັນ​ຂອງ​ຈີນ​ເຊິ່ງລວມທັງ​ທະນາຄານ​ການ​ຄ້າ​ຂອງ​ລັດ 4 ​ແຫ່ງ​ແລະ​ທະນາຄານ​ການ​ຄ້າ​ລະບອບ​ຫຸ້ນສ່ວນ 12 ​ແຫ່ງ, ຍອດເຫຼືອ​ເງິນ​ກູ້​ບໍ່​ອອກ​ຜົນ​ມີ​ຢູ່ 1170 ຕື້​ຢວນ, ໜ້ອຍກວ່າ​ຕົ້ນປີ​ກາຍ​ນີ້ 49 ຕື້ 400 ລ້ານ​ຢວນ.