ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-20 20:39:02    
ຈີນ​ຈະ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຂະ​ແໜງ​ການ​ທະ​ນາ​ຄານ

cri

ຕາມ​ຂ່າວສານ​ຊິນ​ຮວາ,ກອງ​ປະຊຸມ​ວຽກ​ງານ​ການ​ທະນາຄານ​ທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ19​ຫາ​ວັນ​ທີ​20​ມັງ​ກອນ​ນີ້.​ໃນ​ກອງ​ປະ​ຊຸມ,​ທ່ານ​ເວິນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,ຈີນ​ຈະ​ຊຸກ​ຍູ້​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຂະ​ແໜງ​ການ​ທະ​ນາ​ຄານ​ຢ່າງ​ຕັ້ງ​ໜ້າ​ແລະ​ໜັກ​ແໜ້ນ,​ຊຸກ​ຍູ້​ທະ​ນາ​ຄານ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ແຂ່ງ​ຂັນ​ກັນ​ຢ່າງ​ທ່ຽງ​ທຳ.

ທ່ານ​ເວິນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ,​ແຕ່​ປີ​2002​ມາ​ນີ້,​ວຽກ​ງານ​ການ​ທະ​ນາ​ຄານ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ທີ່​ດີ​ເດັ່ນ,​ແຕ່​ປັດ​ຈຸ​ບັນ​ຍັງ​ມີ​ຄວາມ​ຂັດ​ແຍ່ງ​ແລະ​ບັນ​ຫາ​ບໍ່​ໜ້ອຍ,​ຕົ້ນ​ຕໍ​ແມ່ນ​ລະ​ບົບ​ທະ​ນາ​ຄານ​ບໍ່​ສົມ​ບູນ,​ອົງ​ປະ​ກອບ​ການ​ທະ​ນາ​ຄານ​ບໍ່​ສົມ​ເຫດ​ສົມ​ຜົນ,​ລາຍ​ຮັບ​ລາຍ​ຈ່າຍ​ສາ​ກົນ​ບໍ່​ດຸນ​ດ່ຽງ​ກັນ​ຢ່າງ​ຮ້າຍ​ແຮງ​ຂຶ້ນ​ຕື່ມ,​ຄວາມ​ສ່ຽງ​ດ້ານ​ການ​ທະ​ນາ​ຄານ​ຍັງ​ມີ​ຢູ່​ບໍ່​ໜ້ອຍ.

ທ່ານ​ເວິ​ນ​ເຈ່ຍ​ປາວ​ກ່າວ​ວ່າ,​ໃນ​ຕໍ່ໜ້າ,ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະ​ຕິ​ຮູບ​ທະ​ນາ​ຄານ​ຂອງ​ລັດ,​ເລັ່ງລັດ​ການ​ສ້າງ​ລະ​ບອບ​ທະ​ນາ​ຄານ​ຍຸກ​ປັດ​ຈຸ​ບັນ,​ສົ່ງ​ເສີມ​ແລະ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ອົງ​ການ​ທະ​ນາ​ຄານ​ກຳ​ມະ​ສິດ​ຫຼາຍ​ຊະ​ນິດ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຊົນ​ນະ​ບົດ,​ບົ່ມ​ເພາະ​ອົງ​ການ​ສິນ​ເຊື່ອ​ຈຳ​ນວນ​ໜ້ອຍ​ທີ່​ມີ​ຫຼາຍ​ຮູບ​ການ,​ບູ​ລະ​ນະ​ກົນ​ໄກ​ຈໍ່​ຕົວ​ເປັນ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ,​ໃຊ້​ມາດ​ຕະ​ການ​ສັງ​ລວມ​ເພື່ອ​ຊຸກ​ຍູ້​ໃຫ້​ລາຍ​ຮັບ​ລາຍ​ຈ່າຍ​ສາ​ກົນ​ດຸນ​ດ່ຽງ​ກັນ​ໂດຍ​ພື້ນ​ຖານ,​ຍົກ​ສູງ​ຄວາມ​ສາ​ມາດ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ທະ​ນາ​ຄານ​ແລະ​ເພີ່ມ​ຄວາມ​ແຮງ​ໃນ​ວຽກ​ງານ​ຕ້ານ​ການ​ຟອກ​ເງິນ.