ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-22 15:47:05    
ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບດ​ສະ​ແດງ​ໃຫ້​ເຫັນ​ອິດ​ທິ​ພົນ​ຮອບ​ດ້ານ​ໃນ​ເບື້ອງ​ຕົ້ນ

cri Author: mo
ຕາມ​ຂ່າວCRI: ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດທີ່​ເລີ່​ມ​ແລ່ນ​ລົດ​ຢ່າງ​ເປັນ​ທາງ​ການ​ແຕ່ວັນ​ທີ 1 ກໍລະກົດ​ປີ 2006ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ອິດ​ທິພົນ​ຮອບດ້ານ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມຂອງ​ເຂດ​ຕິ​ເບດ.

ນັບ​ມາ​ຮອດ​ທ້າຍ​ປີ 2006, ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​​ໄດ້ຂົນ​ສົ່ງ​ຜູ້​ໂດຍສານ 1 ລ້ານ 1 ​ແສນ 8 ໝື່ນ​ເທື່ອ​ຄົນ, ສິນຄ້າ 1 ລ້ານ 1 ​ແສນ 6 ໝື່ນ​ໂຕນ, ​ໄດ້​ຊຸກ​ຍູ້​ເສດຖະກິດ​ສັງຄົມ​ຂອງ​ແຂວງ​ຊິງ​ຫາຍ​ແລະ​ເຂດ​ຕິ​ເບ​ດພັດທະນາ​ຢ່າງ​ແຂງ​​ແຮງ. ການ​ໄຂທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​ໃຫ້​ລົດແລ່ນ, ຍັງ​ໄດ້​ຊຸກ​ຍູ້​ການພັດທະນາການທ່ອງທ່ຽວຂອງ​​ເຂດ​ຕິ​ເບ​ດ, ​ແຕ່​ເດືອນ​ກໍລະກົດ​ຮອດ​ເດືອນທັນວາປີ​ກາຍ​ນີ້​, ​ເຂດ​ຕິ​ເບ​ດ​ໄດ້ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ 1 ລ້ານ 8 ​ແສນ 6 ໝື່ນ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນຫຼາຍກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ 2005 ເກືອບ 50%. ການພັດທະນາ​ຂອງ​ການທ່ອງທ່ຽວຍັງ​ໄດ້​ຊັກ​ຈູ​ງອຸດສາຫະກຳ​ທີ່​ກ່ຽວຂ້ອງ​ເຊັ່ນ​ການ​ກິນ​ດື່ມ ​ໂທລະ​ຄົມ ການ​ເງິນ ​ແລະ​ຄົມມະນາຄົມ​ຂອງ​ທ້ອງ​ຖິ່ນ​ຈະ​ເລີ​ນຮຸ່ງ​ເຮືອງ​ຂຶ້ນ. ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​ເປີດ​ໃຫ້​ລົດ​​​ແລ່ນຍັງ​ເຮັດ​ໃຫ້​ຕົ້ນທຶນຂົນ​ສົ່ງດ້ານ​ການ​ຄ້າ​ກັບ​ພາຍ​ນອກ​ຂອງ​ເຂດ​ຕິ​ເບດ​ໄດ້ຫຼຸດລົງ​ຢ່າງ​ຫຼວງຫຼາຍ, ​ເຮັດ​ໃຫ້ຕົ້ນທຶນ​​ໂດຍ​ລວມຂອງ​ການ​ພັດທະນາ​ເສດຖະກິດ​ຂອງເຂດ​ຕິ​ເບ​ດ​ກໍ​ໄດ້ຫຼຸດໜ້ອຍລົງ​ຢ່າງຫຼວງຫຼາຍ.