ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-23 18:52:21    
ທ່ານຫູ​ຈີນ​ທາ​ວ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນທາ​ງ​ໄປ​ຢ້ຽມຢາມ 8 ປະ​ເທດ​ອາ​ຝຼິກາ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 23 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ປະທາ​ນາ​ທິບໍດີ​ 8 ປະ​ເທດ ຄື: ກຳ​ເມີ​ລຸນ, ລີ​ເບ​ລີ​ອາ, ຊູ​ດັງ, ຊຳ​ບີ, ນາ​ມີ​ບີ, ອາ​ຟຼິກາ​ໃຕ້, ​ໂມ​ຊຳ​ບິ​ກ​ແລະ​​ເຊ​ແຊນ, ​ແຕ່​ວັນ​ທີ 30 ມັງກອນ​ຫາ​ວັນ​ທີ 10 ກຸມພາ, ທ່ານ​ຫູ​ຈີ​ນທາວ ປະທານ​ປະ​ເທດ​ຈີນຈະ​​ໄປ​ຢ້ຽມຢາມ​ 8 ປະ​ເທດ​ອາ​ຟິຼກາ​ດັ່ງກ່າວ​ທາງ​ລັດຖະກິດ​.

​ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ປະທານ​ຫູ​ຈີນ​ທາວ​ຈະ​​ພົບ​ປະເຈ​ລະ​ຈາ​ກັບ​ຜູ້ນຳ​ປະ​ເທດ​ຕ່າງໆ, ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັນ​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ 8 ປະ​ເທດ​ຕື່ມ​ອີກ​ແລະ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ນຳ​ກັນ.

ທ່ານ​ລິວ​ຈ້ຽນຊ່າວ​​ເວົ້າ​ວ່າ, ການ​ໄປ​ຢ້ຽມ​ຢາມ​ເທື່ອ​ນີ້ມີ​ຈຸດປະສົງ​ເພື່ອ​ເພີ່ມ​ທະວີ​ມິດຕະພາບ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ​ກັບ​ອາ​ຟຼິກາ​​ຕື່ມ​ອີກ, ​​ປະຕິບັດ ໝາກ​ຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້​, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ສອງ​ຝ່າຍ, ຊຸກ​ຍູ້​​ໃຫ້​ພັດທະນາ​ພ້ອມ​ກັນ, ​ເຮັດ​ໃຫ້​ມາດ​ຕະການ​ແລະນະ​ໂຍບາຍ 8 ຂໍ້​ຂອງ​ລັດຖະບານ​ຈີນ​​ເພື່ອເພີ່​ມທະວີ​ການ​ຮ່ວມ​ມື​ກັບ​ອາ​ຟຼິກາ​ທີ່​ທ່ານ​ປະທານ​ຫູ​ຈີນ​ທາວ​ປະກາດ​ໃນ​ກອງ​ປະຊຸມ​ສຸດ​ຍອດປະກົດ​ຜົນ​​ເປັນ​ຈິງ​ໃຫ້​ປະ​ເທດ​ອາ​ຟຼິກາ​​ໄດ້​ຮັບ​ຜົນ​ໂດຍ​ໄວ.