ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-29 10:32:56    
ງານ​ກິ​ລາ​ລະ​ດູ​ໜາວ​ອາ​ຊີ​ຄັ້ງ​ທີ 6 ຈັດ​ຂຶ້ນ​ຢູ່​ຊາງ​ຊູ່ນ

cri Author: da

ຕາມ​ຂ່າວCRI: ວັນ​ທີ 28 ມັງກອນ​ນີ້ ງານ​ກິລາ​ລະດູ​ໜາວ​ອາຊີ​ຄັ້ງທີ 6 ​ໄດ້ຈັດພິທີ​ໄຂ​ງານ​ຢູ່​ຊາງ​ຊູ່​ນ ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ.ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າຮ່ວມ​ພິທີ​ແລະ​ປະກາດ​ໄຂ​ງານກິລາ​ລະດູ​ໜາວ​ອາຊີ​ຄັ້ງນີ້.

​ ​ນັກ​ກິລາ​ແລະ​ຜູ່​​ແທນລວມ 3 ພັນ​ກວ່າ​ຄົນ​ຂອງ 45 ປະ​ເທດ​ແລະ​ເຂດ​​ແຄວ້ນມາ​ເຂົ້າຮ່ວມງານ​ກິລາ​ລະດູ​ໜາວ​ອາຊີ​ຄັ້ງນີ້ ​ເຊິ່ງມີ​ປະ​ເທດ​ແລະ​​ເຂດ​ແຄວ້ນ​ເຂົ້າຮ່ວມ​ຫຼາຍ​ກວ່າ​ທຸກ​ຄັ້ງ​ແຕ່​ໄດ້​ຈັດ​ງານ​ກິລາ​ລະດູ​ໜາວ​ອາຊີ​ເປັນຕົ້ນມາ,​ໃນ​ນັ້ນ ມີ 15 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ​ອັຟກາ​ນີສະຖານ ສັນນິບາດ​​ອາ​ລັບ​ແລະ​ຊອກ​ດາ​ນີ​​ແມ່ນ​ເຂົ້າຮ່ວມ​ການ​ງານ​ກິລາລະດູ​ໜາວ​ເປັນຄັ້ງທຳ​ອິດ. ງານ​ກິລາ​ລະດູ​ໜາວ​ອາຊີ​​ໄດ້​ກາຍ​ເປັນ​ເວທີ​ສຳຄັນ​ທີ່​ຊຸກຍູ້​ການ​ແລກປ່ຽນ ການ​​ເພີ່ມ​ທະວີ​ການ​ເຂົ້າ​ໃຈ​ແລະ​ມິດຕະພາບ​ດ້ານ​ກິລາ​ໃນ​ລະດູ​ໜາວ​ລະຫວ່າງ​ບັນດາ​ປະ​ເທດ​ແລ​ະ​ເຂດ​ແຄວ້ນ​​ໃນ​ອາຊີ.ຈີນ​ໄດ້​ແຕ່ງ​ຄະນະ​ຜູ່​ແທນລວມ 260 ກວ່າ​ຄົນ​​ເຂົ້າຮ່ວມ​ການ​ແຂ່ງຂັນ​ທຸກ​ລາຍການ.

ງານ​ກິລາ​ລະດູ​ໜາວ​ອາຊີ​ຄັ້ງນີ້​ແມ່ນ​ຈັດ​ຂຶ້ນ​ຢູ່​ເມືອງ​ຊາງ​ຊູ່​ນ​ແລະ​​ເມືອງ​ຈີ​ລິນ​ຂອງ​ຈີນ,ລວມມີ​ 369 ຫຼຽນ,ຈະ​ດຳ​ເນີນ​ເປັນ​ເວລາ​ອາທິດ​ໜຶ່ງ,​ອັດ​ລົງ​ໃນ​ວັນ​ທີ 4 ກຸມພາ​ໜ້າ.

​ເທື່ອນີ້​ແມ່ນ​​ເທື່ອ​ທີ​ສອງ​ທີ່​ງານ​ກິລາ​ລະດູ​ໜາວ​ອາຊີ​ຈັດ​ຂຶ້ນຢູ່​ຈີນ​​.ເມືອງ​ຮາ​ບິນ​ຈີນ​ໄດ້​ຈັດ​ງານ​ກິລາ​ລະດູ​ໜາວ​ອາຊີ​ຄັ້ງທີ3 ​ໃນປີ1996.