ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-29 20:25:20    
ຂ່າວງານກິລາ​ອາຊີ​ລະ​ດູ​ໜາວ​​ໃນ​ວັນ​ທີ 29

cri Author: mo
ຕາມ​ຂ່າວCRI:ວັນ​ທີ 29 ມັງກອນ, ງານ​ກິລາ​ອາຊີ​ລະດູ​ໜາວ​ຄັ້ງທີ 6 ​ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງ​ສາງຊຸນ​ແລະ​ເມືອງ​ຈີ​ລິນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ຢ່າງຮອບດ້ານ. ຄະນະ​ຜູ້​ແທນ​ຈີນ​​ໄດ້​ຮັບ​ຜົນງານ​ດີງາມ.

ໃນ​ການ​​ໄຕ່​ນ້ຳ​ແຂງ​ແບບ​ໄວ 3000 ​ແມັດ​ເພດ​ຍິງ, ນາງ​ວາງ​​​ເຝີ່ຍ ນັກ​ກິລາ​ຈີນ​ໄດ້​ຮັບຫຼຽນຄຳ​ດວງ​ທຳ​ອິດ​ຂອງ​ງານ​ກິລາ​ອາຊີ​ລະດູ​ໜາວ​ຄັ້ງນີ້​ດ້ວຍ​ຄະ​ແນນ 4 ນາທີ 13 ວິນາທີ 08, ພ້ອມ​ທັງ​ໄດ້​ສ້າງ​ສະຖິຕິ​​ໃໝ່​ຂອງ​ລາຍການ​ນີ້​ໃນ​ອາຊີ.

ໃນ​ມື້​ທຳ​ອິດ, ຍີ່​ປຸ່ນ ປະ​ເທດ​ອາຊີ​ທີ່​ເກັ່ງ​​ໃນ​ດ້ານກິລາ​ເທິງ​ຫິນ​ມະ​ແລະ​ນ້ຳ​ແຂງກໍ​ໄດ້​ສ້າງ​ຜົນງານ​ດີ​ເດັ່ນ​ ​ໃນ​ການ​ແຂ່ງຂັນ​ຕອນ​ເຊົ້າ, ກໍ​ໄດ້​ຮັບຫຼຽນຄຳ​ຂອງ 2 ລາຍການ​ແລ່ນ​ໄລຍະ​ສັ້ນ 10 ​ກິ​ໂລແມັດ​ເພດ​ຊາຍ, ຫຼຽນຄຳ​ສີ​ມື​ເທິງ​ແປ້ນ​​ແຜ່ນດຽວ​​ໃນ​ສະໜາມ​ຮູບ U ​ເພດ​ຍິງ, ​ແລະ​​ໄຕ່​ນ້ຳ​ແຂງ​ແບບ​ໄວ​ຂະໜາດ 5 ພັນ​ແມັດ​ເພດ​ຊາຍ.

ນັບ​ມາ​ຮອດ​ເວລາ​ອອກ​ຂ່າວ, ຍີ່​ປຸ່ນ​​ໄດ້ຫຼຽນຄຳ 3 ຫຼຽນ, ​ເປັນ​ທີໜຶ່ງ. ແລະ​ຈີນ​​ໄດ້ຫຼຽນຄຳ 2 ຫຼຽນ, ​ເປັນ​ທີສອງ.