ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-30 17:33:48    
ວຽກ​ງານ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຈີນ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ໃຫຍ່​ຫຼວງ

cri
ຕາມ​ຂ່າວCRI,ວັນ​ທີ30​ມັງກອນ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ອິນ​ຊິ່ນ​ທ່ຽນ ​ໂຄສົກ​ກົມ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ປີ2006,ວຽກ​ງານທຸກ​ອັນ​ໃນດ້ານ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຈີນ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຫຼວງ.

ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ອິນ​ຊິນ​ທຽນ​ກ່າວ​ວ່າ,ປີ2006, ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ໄດ້​ຕັ້ງໜ້າ​ເຮັດ​ວຽກ​ວາງຍຸດ​ທະ​ສາດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ,ປັດຈຸບັນ,​ໄດ້​ຮັບ​ໝາກຜົນ​ເປັນແຕ່​ລະບາດ​ກ້າວ.​ແຜນການ5​ປີ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວຽກ​ງານ​ສິດ​ຊັບ​ສິນ​ທາງ​ປັນຍາ​ທີ່​ຮຽບຮຽງ​ໂດຍ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ແຜນການ​ສະ​ເພາະ​ຂ​ອງ​ລັດ.ນອກ​ນີ້,ປະລິມານການ​ຮ້ອງ​ຂໍ​ສິດ​ທິ​ບັດ​ທີ່​ຈີນ​ຮັບ​ເອົາ​ມາ​ພິ​ຈາ​ລະ​ນາ​ນັ້ນ​ໄດ້​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ.ນັບ​ມາ​ຮອດ​ທ້າຍ​ປີ2006,ຈີນ​ໄດ້​ຮັບ​ເອົາ​ການ​ຮ້ອງ​ຂໍ​ສິດ​ທິ​ບັດ​ຫຼາຍ​ກວ່າ3​ລ້ານສະບັບ,​ໃນ​ນັ້ນ,ສິດທິ​ບັດ​ດ້ານ​ການ​ປະດິດ​ສ້າງ​ໄດ້​ກວມ​1/3.​ປັດ​ຈຸ​ບັນ,​ປະ​ລິ​ມານ​ສິດທິ​ບັດ​ດ້ານ​ການ​ປະ​ດິດ​ສ້າງ​ທີ່​ຈີນ​ຮັບ​ເອົາ​ການ​ຮ້ອງ​ຂໍ​ນັ້ນ​ໄດ້​ເປັນ​ທີ​ສີ່​ໃນ​ທົ່ວ​ໂລກ.