ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-02 14:05:37    
ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຍົກ​ເວັ້ນ​ຄ່າ​ຮຽນ​ແລະ​ຄ່າ​ອື່ນໆ​ຂອງ​ການ​ສຶກ​ສາ​ພາກ​ບັງ​ຄັບ​ໃນ​ຊົນນະ​ບົດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 1 ກຸມພາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ນາງເສີນ​ຈື້ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ຈີນ​ຈະຕັ້ງໜ້າ​ຊຸກຍູ້​ການ​ຍົກ​ເວັ້ນຄ່າ​ຮຽນ​ແລະ​ຄ່າ​ອື່ນໆ​ຂອງ​ການ​ສຶກສາ​ພາກບັງຄັບ​​ໃນ​ຊົນນະ​ບົດ.

​ໃນ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ ທ່ານນາງ​ເສີນຈື້ລີ້​ກ່າວ​ວ່າ,ການ​ປະຕິ​ຮູບກົນ​ໄກ​ຮັບປະກັນ​ຄ່າ​ສຶກສາ​ພາກ​ບັງ​ຄັບ​ໃນ​ຊົນນະບົດ ​ແມ່ນ​ມາດ​ຕະການ​ພື້ນຖານ​ທີ່​ຊຸກຍູ້​ຄວາມ​ທ່ຽງ​ທຳ​​ໃນດ້ານ​ການ​ສຶກສາ,​ແມ່ນ​ເລື່ອງ​ໃຫຍ່​ທີ່​ມີ​ຜົນ​ດີ​ຕໍ່​ປະຊາຊົນ​ຈີນ​ທັງ​ປວງ. ອຳນາດກາ​ນປົກຄອງ​ທຸກຂັ້ນຕ້ອງ​ຊຸກຍູ້​ການ​ປະຕິ​ຮູບ​ຢູ່​ພາກກາງ​ແລະ​ພາກ​ຕາ​ເວັນ​ອອກຢ່າງ​ຈິງ​ຈັງ,​ຍົກ​ເວັ້ນຄ່າ​ຮຽນ​ແລະ​ຄ່າ​ອື່ນໆ​ຂອງ​ການ​ສຶກສາ​​ພາກບັງຄັບ​ທັງ​ໝົດ​ໃນ​ຊົນນະ​ບົດຈີນ.

ປີ2006 ຈີນ​ໄດ້ຍົກ​ເວັ້ນຄ່າ​ຮຽນ​ແລະ​ຄ່າ​ອື່ນໆທັງ​ໝົດ​ຂອງ​ການ​ສຶກສາ​​ພາກບັງຄັບ​ໃນ​ເຂດ​ຊົນນະ​ບົດທີ່​ທົດລອງ​ຢູ່​ພາກ​ຕາ​ເວັນ​ຕົກ​ແລະ​ພາກ​ກາງກ່ອນໝູ່,ສະໜອງ​​ປື້​ມ​ແບບຮຽນ​ໃຫ້​ນັກຮຽນ​ທີ່​ຄອບຄົວ​ທຸກ​ຍາກ​ແລະສະໜອງ​ຄ່າ​ຄອງ​ຊີບ​ໃຫ້​ນັກຮຽນ​ກິນນອນ​ທີ່ທຸກ​ຍາກ.