ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-02 15:32:25    
ແຂວງ​ຢຸນ​ນານ​ຈີນ​ເລັ່ງ​ລັດ​ສ້າງ​ນາຍ​ພາ​ສາ​ອາ​ຊີ​ອາ​ຄະ​ເນ​ແລະ​ອາ​ຊີ​ໃຕ້

cri
ຕາມ​ຂ່າວ​ສານ​ຈີນ,​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ,​ແຂວງ​ຢຸນນານ​ຈີນ​ຈະ​ໃຊ້​ງົບປະ​ມານ​2ລ້ານ​ຢວນ​ຕໍ່​ປີ,​ເພື່ອ​ຊ່ອຍ​ເຫຼືອ​ໂຮງຮຽນ​ຊັ້ນ​ສູງ​ໃນ​ແຂວງ​ຢຸນນານ​ເປີດ​ຫ້ອງ​ຮຽນ​ພາສາ​ຂອງ​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້.

ທ່ານ​ເຮີ​ທ່ຽນ​ຊຸນ ຫົວໜ້າ​ພະ​ແນກ​ສຶກສາ​ທິການ​ແຂວງ​ຢຸນ​ນານ​ແຈ້ງ​ໃຫ້​ຊາບວ່າ,​ຍ້ອນ​ວ່າ​ອາ​ຊຽນ​ແມ່ນ​ຕະ​ຫຼາດ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ແຂວງ​ຢຸນນານ​ໃນ​ປະຈຸ​ບັນ,ສະ​ນັ້ນ​ຈຶ່ງຕ້ອງ​ການ​ມີ​ນາຍ​ພາ​ສາ​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້.​ສ່ວນ​ການ​ສ້າ​ງນາຍ​ພາສາ​ເຫຼົ່າ​ນີ້,​ນອກ​ຈາກ​ການ​ສິດ​ສອນ​ຢູ່ພາຍ​ໃນ​ປະ​ເທດ​ແລ້ວ,​ຍັງ​ຈະ​ສົ່ງ​ນັກ​ສຶກສາ​ໄປ​ຮຽນ​ຢູ່​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້ອີກ.

ນອກ​ນັ້ນ,​ແຂວງ​ຢຸນນານ​ຍັງ​ຈະ​ຕັ້ງ​ຫ້ອງ​ພາສາ​ຈີນ​ຢູ່​ໂຮງຮຽນ​ມັດ​ທະຍົມ​ແລະ​ໂຮງ​ຮຽນ​ປະຖົມ​ຂອງ​ປະ​ເທດ​ອ້ອມ​ຂ້າງ,​ແລະ​ຕັ້ງ​ສູນ​​ເຜີຍ​ແຜ່​ພາ​ສາ​ຈີນ​ຫຼາຍ​ແຫ່ງ,​ແລະ​ນຳ​ໃຊ້​ຕານ່າງ​ສື່​ມວນ​ຊົນ, ​ສອນ​ພາສາ​ຈີນ​ທາງ​ອິນ​ເຕິ​ເນັດ​ທີ່​ຮັບ​ໃຊ້ປະ​ເທດ ອ້ອມ​ຂ້າງ​.