ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-05 16:25:27    
ຈີນ​ຈະ​ເກັບ​ພາສີ​ຕ້ານ​ການ​ຂາຍ​​ເລຕໍ່​ແປ້ງ​ມັນ​ຝຣັ່ງ​ຂອງ​ສະ​ຫະ​ພາບ​ເອີ​ລົບ

cri Author: da
ຕາມ​ຂ່າວCRI: ແຕ່​ວັນ​ທີ 6 ກຸມພາ​ປີ​ນີ້​ເປັນຕົ້ນ​ໄປ,ກະຊວງ​ການ​ຄ້າ​ຈີນ​ຕົກລົງ​ຈະເກັບ​ພາສີ​ຕ້ານ​ການ​ຂາຍ​​ເລຕໍ່​ແປ້ງມັນຝຣັ່ງ​ທີ່​ນຳ​ເຂົ້າຈາກສະຫະພາບ​ເອີ​ລົບສູງສຸດຈະ​ເຖິງ 35% ​.

ວັນ​ທີ 5 ກຸມພາ​ນີ້ ກະຊວງ​ການ​ຄ້າ​ຈີນ​​ໄດ້​ອອກປະກາດຂໍ້ຕັດ​ສິ້ນ​ຂັ້ນສຸດ​ທ້າຍກ່ຽວ​ກັບ​ການຕ້ານ​ການ​ຂາຍ​ເລ​ຕໍ່​ແປ້ງມັນຝຣັ່ງທີ່​ນຳ​ເຂົ້າຈາກ​ສະຫະພາບ​ເອີ​ລົບ.ປະກາດ​ຂຽນ​ວ່າ,​ແປ້ງມັນຝຣັ່ງທີ່​ນຳ​ເຂົ້າຈາກ​ສະຫະພາບ​ເອີ​ລົບ​ນັ້ນ​ເປັນການ​ຂາຍ​ເລ,​​ໄດ້​ເປັນ​ຜົນ​ຮ້າຍ​ຕໍ່​ອຸດສາຫະກຳ​ຜະລິດ​​ແປ້ງມັນ​ຝຣັ່ງຂອງ​ຈີນ.ສະນັ້ນ,ຈີນ​ຈະ​ເກັບ​ພາສີ​ຕ້ານ​ການ​ຂາຍ​​ເລຕໍ່ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ທີ່​ສົ່ງ​ອອກ​ແປ້ງມັນຝຣັ່ງຂອງ​ສະຫະພາບ​ເອີ​ລົບຢູ່​ລະຫວ່າງ 17-35%.

ຄະດີ​ຕ້ານ​ການ​ຂາຍ​ເລຕໍ່​ແປ້ງມັນຝຣັ່ງທີ່​ຜະລິດ​ຈາກ​ສະຫະພາບ​ເອີ​ລົບ​ໄດ້​ຕັ້ງຄະດີ​ໃນ​ວັນ​ທີ 6 ກຸມພາ​ປີ​ກາຍ​ນີ້,​ແມ່ນ​ຄະດີຕ້ານ​ການ​ຂາຍ​​ເລທີ່​ກ່ຽວຂ້ອງ​ກັບ​ຜະລິດ​ຕະພັນ​ກະສິກຳ​ຄັ້ງທຳ​ອິດຂອງກະຊວງ​ການ​ຄ້າ​ຈີນຕາມ​ຄຳ​ຮ້ອງ​ຂໍ​ຂອງວິ​ສາ​ຫະກິດຈີນ.