|
 |
(GMT+08:00)
2007-02-06 15:19:49
|
 |
ຈີນຈະເພີ່ມທະວີວຽກງານບໍລິການການກ່າວຟ້ອງໃນດ້ານສິດຊັບສິນທາງປັນຍາຕື່ມອີກ
cri
Author: da
ຕາມຂ່າວCRI: ຈີນຈະເພີ່ມການສ້າງສູນບໍລິການການກ່າວຟ້ອງໃນດ້ານສິດຊັບສິນທາງປັນຍາຕື່ມອີກ 50 ແຫ່ງ,ເພື່ອປົກປ້ອງການພັດທະນາຂອງອຸດສາຫະກຳປະດິດສ້າງ.
ວັນທີ 6 ກຸມພານີ້ ຢູ່ເມືອງນິງໂປ່ແຂວງເຈີ້ຈ່ຽງ ນາງຊ້ຽງຊິ່ນ ເລຂາທິການຫ້ອງການໜ່ວຍງານປົກປ້ອງສິດຊັບສິນທາງປັນຍາແຫ່ງຊາດຈີນແຈ້ງໃຫ້ຊາບວ່າ,ນັບແຕ່ສ້າງຕັ້ງສູນ 50 ແຫ່ງໃນຕົ້ນປີກາຍຈົນຮອດທ້າຍປີກາຍ,ໄດ້ຮັບການລາຍງານແລະການກ່າວຟ້ອງ 1288 ຄະດີ. ຂະແໜງການປະຕິບັດກົດໝາຍຄື ປ້ອງກັນຄວາມສະຫງົບແລະການຄຸ້ມຄອງອຸດສາຫະກຳການຄ້າໄດ້ສືບສວນຄະດີງວດໃຫຍ່ຕາມສະພາບການສຳຫຼວດຈາກສູນດັ່ງກ່າວ. ໃນຕໍ່ໜ້າ,ສູນຈະເປີດກວ້າງບົດບາດການບໍລິການຕື່ມອີກທີ່ມຸ່ງໜ້າໄປສູ່ງານວາງສະແດງສຳຄັນໃນຂົງເຂດເຕັກນິກສູງໃໝ່ ແລະເຂດພັດທະນາເຕັກນິກເສດຖະກິດ,ປົກປັກຮັກສາການພັດທະນາອຸດສາຫະກຳປະດິດສ້າງ.
ຈຸດປະສົງຂອງຈີນທີ່ສ້າງຕັ້ງສູນບໍລິການການກ່າວຟ້ອງໃນດ້ານສິດຊັບສິນທາງປັນຍາຢູ່ແຫ່ງຕ່າງໆ,ແມ່ນເພື່ອສ້າງສູນຂໍ້ມູນຂ່າວສານເພື່ອປົກປ້ອງສິດຊັບສິນທາງປັນຍາໃນທົ່ວປະເທດ,ພ້ອມທັງຍົກສູງລະດັບເຂົ້າຮ່ວມການປົກປ້ອງສິດຊັບສິນທາງປັນຍາຂອງສັງຄົມ.
|
|
|