ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-07 14:25:45    
ປີ​ກາຍ​ນີ້ ​ເຂດ​ກວາງ​ຊີ​ຂອງ​ຈີນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ປະ​ເທດ​ອາ​ຊຽນ 4 ​ແສນ​ເທື່ອ​ຄົນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ກອງ​ປະ​ຊຸມ​ວຽກ​ງານ​ການ​ທ່ອງ​ທ່ຽວ​ເຂດ​ກວາງຊີ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ສະ​​ເຫ​ນີ​ຕົວ​ເລກ​ໃຫ້​ຮູ້​ວ່າ, ປີ 2006, ​ເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ເຜົ່າ​ຈ້ວງ​ກວາງ​ຊີ​ຈີນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ປະ​ເທດ​ອາ​ຊຽນ​ເຖິງ 4 ​ແສນ​ເທື່ອ​ຄົນ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ 13%.

ທ່ານ​ຊ່ຽວ​ຈ້ຽນ​ກ່າງ ຫົວ​ຫນ້າ​ພະ​ແນກ​ທ່ອງ​ທ່ຽວ​ຂອງ​ເຂດ​ກວາງ​ຊີ​ເວົ້າ​ວ່າ, ປີ 2006,​ເຂດ​ກວາງ​ຊີ​ໄດ້​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຢູ່​ອ່າວ​ພາກ​ເຫນືອ​ຢ່າງ​ຮອບ​ດ້ານ,​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ ມາ​ເລ​ເຊຍ ​ໄທ​ແລະ​ສິງ​ກະ​ໂປ.ພາຍ​ໃນ​ຫລາຍ​ປີ​ຂ້າງ​ຫນ້າ​ນີ້,​ເຂດ​ກວາງ​ຊີ​ຈະ​ເລັ່ງ​ລັດ​ການ​ຮ່ວມມື​ກັບ​ອາຊ​ຽນ​ໃນ​ດ້ານ​ທ່ອງ​ທ່ຽວ​ຕື່ມ​ອີກ,ພ້ອມ​ກັນ​ຈັດ​ວາງ​ເສັ້ນ​ທາງ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫລາຍ​ປະ​ເທດ.