ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-08 18:37:43    
ຈີນປົກ​ປ້ອງ​ລິ​ຂະສິດ​ປະພັນ​ຈີນ​ແລະ​ຕ່າງປະ​ເທດ​ເຊັ່ນ​ດຽວ​ກັນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 8 ກຸມພາ​ນີ້ ໃນ​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ ທ່ານ​ຢຽນສຽວ​ຫົງ ຮອງ​ຫົວໜ້າ​ກົມ​ລິຂະ​ສິດ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ການ​ເຄື່ອນ​ໄຫວການ​ລ່ວງລະ​ເມີດ​ແລະລັກລິ​ຂະ​ສິດທາງ​ອິນ​ເທີ​ເນັດ​ທີ່​ດຳ​ເນີນ​ມາ​ເປັນ 4 ​ເດືອນ ​ໄດ້​ດຳ​ເນີນ​ຄະດີ​ຕໍ່​ຜູ່​ກະທຳ​ຜິດ 436 ລາຍ,​ຊຶ່ງໄດ້​ຮັບ​ປະສິດທິ​ຜົນ​ອັນ​ເດັ່ນ​ຊັດ.

ຂະ​ແໜງ​ການ​ຄຸ້ມ​ຄອງ​ບໍລິຫານ​ລິ​ຂະ​ສິດ​ແຫ່ງ​ຕ່າງໆ​ຂອງ​ຈີນ​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ຢ່າງ​ຈິງ​ຈັງ​ໃນ​ເດືອນ​ກັນຍາ​ປີ​ກາຍ​ນີ້,​ໂຈມ​ຕີການ​ກະທຳ​ທີ່​ຜິດ​ກົດໝາຍ​ ​ເຊິ່ງຖື​ການ​ທຸລະ​ກິດ​ເປັນ​ຈຸດປະສົງ,ຄື​ການດາວ​ໂຫຼ​ດຮູບ​ເງົາ ດົນຕີ ຊອຟ​ແວ​ແລະ​ປຶ້ມ​ແບບຮຽນ​ໂດຍ​ຜ່ານ​ອິນ​ເທີ​ເນັດ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ນັບ​ມາ​ຮອດ​ເດືອນ​ມັງກອນ​ປີ​ນີ້,​ແຫ່ງ​ຕ່າງໆ​ໄດ້​ປິດ​ເວັບ​ໄຊ​ທີ່​ຜິດ​ກົດໝາຍ​ລວມ 205 ​ແຫ່ງ,ສົ່ງ​ໃຫ້​ອົງການ​ຍຸດຕິ​ທຳ​ດຳ​ເນີນ​ຄະດີ​ທີ່​​ທາງ​ອາຍາ 6 ລາຍ.

ທ່ານ​ຢຽນສຽວ​ຫົງ​ກ່າວ​ວ່າ,ຈີນ​ຈະ​ຄຸ້ມ​ຄອງລະບຽບ​ການ​ເຜີຍ​ແຜ່ບົດ​ປະພັນ​ທາງ​ອິນ​ເທີ​ເນັດ​ໃຫ້​​ເຂົ້າສູ່​ລະບຽບຕື່ມ​ອີກ,​ຕໍ່ຕ້ານ​ການ​ກະທຳ​ທີ່​ລ່ວງ​ລະ​ເມີດ​ລິ​ຂະ​ສິດທາ​ງອິນ​ເທີ​ເນັດ​ຢ່າງ​ເດັດຂາດ.
ໃນ​ກອງ​ປະຊຸມ​ຂ່າວດັ່ງກ່າວ,ທ່ານ​ວັງ​ຈື້ຊຽງ ​ໂຄສົກ​ຖະ​ແຫຼ​ງຂ່າວກົມ​ລິ​ຂະ​ສິດ​ແຫ່ງ​ລັດ​ຈີນ​ຍັງກ່າວ​ວ່າ,ລັດຖະບານ​ຈີນ​ແມ່ນ​ປະຕິບັດ​​ຢ່າງ​ສະ​ເໝີ​ພາບ​ຕໍ່​ຄົນ​ທີ່​ມີ​ລິ​ຂະສິດ​ປະພັນ​ຂອງ​ຈີນ​ແລະ​ຕ່າງປະ​ເທດ.