![]( /mmsource/images/2007/02/08/F200612181355192338571781.jpg)
ຕາມຂ່າວCRI: ກອງປະຊຸມໄລຍະທີ 3 ຂອງການເຈລະຈາ 6 ຝ່າຍຮອບ 5 ກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີຈັດຂຶ້ນຢູ່ປັກກິ່ງໃນຕອນບ່າຍວັນທີ 8 ກຸມພານີ້,ປະຈຸບັນ ວຽກງານກະກຽມຕ່າງໆໄດ້ສຳເລັດແລ້ວ.ກ່ອນປະຊຸມ ຝ່າຍຕ່າງໆລ້ວນແຕ່ຫວັງໃຫ້ການເຈລະຈາຄັ້ງນີ້ຈະໄດ້ຮັບຜົນ.
ວັນທີ 8 ກຸມພານີ້ ທ່ານຄຼິສໂຕບເຟີ ຮິວ ຫົວໜ້າຄະນະຜູ່ແທນອາເມລິກາກ່າວວ່າ,ນີ້ແມ່ນການເຈລະຈາສຳຄັນທີ່ສຸດ.ການເຈລະຈາ 6 ຝ່າຍຄວນບັນລຸເປົ້າໝາຍໃຫ້ແຫຼມເກົາຫຼີປອດນິວເຄຼຍ,ຝ່າຍຕ່າງໆພວມພະຍາຍາມແກ້ໄຂຮາກເຫງົ້າຂອງບັນຫາຈຳນວນໜຶ່ງ.
ມື້ດຽວກັນ ທ່ານຊາຊາອີ ເຄນີຊີໂຣ ຫົວໜ້າຄະນະຜູ່ແທນຍີ່ປຸ່ນກໍກ່າວວ່າ,ເປົ້າໝາຍຕົ້ນຕໍຂອງການເຈລະຈາເທື່ອນີ້ແມ່ນປະຕິບັດຖະແຫຼງການຮ່ວມຂອງການເຈລະຈາ 6 ຝ່າຍຮອບ 4 .
ຕອນບ່າຍວັນທີ 8 ກຸມພາ ທ່ານຊູນຢົງອູ ຫົວໜ້າຄະນະຜູ່ແທນສ.ເກົາຫຼີກ່າວວ່າ,ການເຈລະຈາ 6 ຝ່າຍພວມຢູ່ໃນໄລຍະສຳຄັນ,ການເຈລະຈາເທື່ອນີ້ຄວນຈາກໄລຍະການໃຫ້ຄຳໝັ້ນສັນຍາຕໍ່ຄຳໝັ້ນສັນຍາ ເຂົ້າສູ່ໄລຍະກະທຳຕໍ່ກະທຳ.
ວັນທີ 8 ກຸມພາ ກ່ອນຈະເດີນທາງມາປັກກິ່ງ ທ່ານກິມກູຍກວນ ຫົວໜ້າຄະນະຜູ່ແທນສປປເກົາຫຼີ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໄດ້ກ່າວຢູ່ພຽງຢາງວ່າ,ສປປເກົາຫຼີຫວັງໃຫ້ການເຈລະຈາຈະໄດ້ຮັບຜົນ.ແຕ່ວ່າ,ຈະໄດ້ຮັບຜົນຫຼືບໍ່ ບໍ່ແມ່ນຂຶ້ນກັບຝ່າຍສປປເກົາຫຼີ,ຫາກແມ່ນຢູ່ນຳຝ່າຍອາເມລິກາ.
|