ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-09 21:18:33    
ການ​ສະ​ເໜີ​ຊື່​ຜູ່​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຜູ່​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈະ​ເລີ່ມ​ໃນ​ອາ​ທິດ​ໜ້າ

cri
ຕາມ​ຂ່າວສານ​ຈີນ, ​ໄລຍະ​ສະ​ເໜີ​ຊື່​ຜູ່​ສະໝັກ​ຮັບ​ເລືອກ​ຕັ້ງ​ຜູ່​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈະ​ເລີ່​ມ​ແຕ່​ວັນ​ທີ14​ກຸມພາ​ຮອດ​ວັນ​ທີ1​ມີນາປີ​ນີ້.

ວັນ​ທີ9​ກຸມພາ​ນີ້,​ໂຄສົກ​ສຳນັກງານ​ການ​ເລືອກ​ຕັ້ງຂອງ​ຮົງ​ກົງກ່າວ​ວ່າ,ພົນລະ​ເມືອ​ງຈີນ​ທີ່​ເປັນ​ພົນລະ​ເມືອງ​ຖາວອນ​ຂອງ​ຮົງ​ກົງທີ່ບໍ່​ມີ​ສິດ​ຕັ້ງ​ຖິ່ນ​ຖານ​ຢູ່​ຕ່າງປະ​ເທດ,ອາຍຸ​40​ປີ​ເຕັມ,​ແລະ​ອາ​ໄສ​ຢູ່​ຮົງ​ກົງ​ເປັນ​ເວລາ20​ປີ​ລຽນ​ຕິດ,​ລ້ວນ​ແຕ່​ມີ​ສິດ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໄດ້.​ການ​ສະ​ເໜີ​ຊື່​ຜູ່​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຜູ່​ໃດໆ​ຕ້ອງ​ໃຫ້​ກຳ​ມະ​ການ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ບໍ່​ໜ້ອຍ​ກວ່າ​100​ຄົນ​ລົງ​ນາມ.

ວັນ​ທີ1​ກຸມພາ​ນີ້,ທ່ານ​ເຈິ່ງ​ອິນ​ສວນ ຜູ່​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຊຸດ​ປັດຈຸບັນ​ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການວ່າ​ທ່ານ​ຈະ​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ​ເພື່ອ​ດຳລົງ​ຕຳ​ແໜ່ງ​ຕໍ່.​ທ່ານ​ລຽງ​ເຈຍ​ເຈ ຜູ່​ສະໝັກ​ຮັບ​ເລືອກ​ຕັ້ງ​ອີກ​ຜູ່​ໜຶ່ງ​ກໍ​ພວມ​ດຳ​ເນີນ​ການແຂ່ງຂັນ​ເລືອກ​ຕັ້ງ​ຢູ່.