ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-10 17:28:17    
ເສດຖະກິດ​ຈີນ​ໃນ​ປີ 2007 ອາດ​ຈະ​ເຕີບ​ໂຕ​ຊ້າ​ລົງ​ໜ້ອຍ​ໜຶ່ງ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ບົດ​ລາຍ​ງານ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ໃນ​ໄຕ​ມາດ​ທີ 4 ປີ 2006 ທີ່​ທະນາຄານ​ປະຊາຊົນ​ຈີນ​ເຊິ່ງ​ເປັນ​ທະນາຄານ​ກາງ​ຂອງຈີນ​ປະກາດ​ໃນ​ວັນ​ທີ 9 ກຸມພາ​ຄາດ​ຄະ​ເນ​ວ່າ, ​ໃຕ້​ບົດບາດ​ສັງ​ລວມຈາກສະພາບ​ແວດ​ລ້ອມ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງປະ​ເທດ ​ແລະ​ມາດ​ຕະການ​ນະ​ໂຍບາຍດັດສົມ​ມະ​ຫາ​ພາກ​ຕ່າງໆ​, ກະ​ວ່າ, ​ເສດຖະກິດ​ຈີນ​ໃນ​ປີ 2007 ອາດຈະ​ເຕີບ​ໂຕ​ຊ້າ​ລົງ​ໜ້ອຍ​ໜຶ່ງ.

ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່​ປີ 2003 ​ເປັນຕົ້ນມາ, ​ເສດຖະກິດ​ຈີນ​ໄດ້​​ເຕີບ​ໂຕດ້ວຍ 2 ຕົວ​ເລກ​ໃນ​ 4 ປີ​ລຽນຕິດ​ແລ້ວ.

ບົດ​ລາຍ​ງານ​ຂອງ​ທະນາຄານ​ກາງ​ກ່າວ​ເນັ້ນວ່າ, ​ເຖິງ​ວ່າ​ໄດ້​ຄາດຄະ​ເນ​ຄວາມ​ໄວ​ເຕີບ​ໂຕຂອງ​ເສດຖະກິດ​ອາດ​ຈະ​ຊ້າ​ລົງ, ​ແຕ່​ກຳລັງ​ຊຸກ​ດັນ​ໃຫ້​ເສດຖະກິດ​ເຕີບ​ໂຕນັ້ນຍັງ​ຄົງ​ແຂງ​ແຮງ​ຢູ່, ​​ເວົ້າລວມ​ແລ້ວ, ເສດຖະກິດ​ແຫ່ງ​ຊາດຍັງ​ຈະ​ຮັກສາ​ທ່ວງທ່າ​ພັດທະນາ​ທີ່​ໝັ້ນທ່ຽງ​ແລະ​ຂ້ອນ​ຂ້າງ​ໄວ.

ພ້ອມ​ກັນນັ້ນ, ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ພື້ນຖານ​ທີ່ການ​ລົງ​ທຶນ​ແລະ​ເງິນ​ກູ້​ສິນ​ເຊື່ອ​ໃນ​ສະ​ເພາະ​ໜ້າ​ນີ້ຫຼຸດລົງ​ນັ້ນຍັງ​ບໍ່​ໝັ້ນຄົງ, ບັນຫາລາຍ​ຮັບ​ລາຍ​ຈ່າຍ​ສາກົນ​ບໍ່​ສົມ​ດຸນກັນ​ຍັງພົ້ນ​ເດັ່ນ​ຢູ່, ກຳລັງ​ກົດ​ດັນ​ຈາກ​ໄພ​ເງິນ​ເຟີ້​​ໄດ້​ເພີ່ມ​ຂຶ້ນ, ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ອົງ​ປະກອບ​ໃນ​ຊັ້ນ​ເລິກ​ຄື​ອັດຕາການ​ບໍລິ​ໂພ​ກຕ່ຳ​ໂພດ ​ແຕ່​ເງິນ​ອອມ​ສິນຫຼາຍ​ໂພດນັ້ນ​ ຍັງ​ແມ່ນ​ບັນຫາ​ພົ້ນ​ເດັ່ນ​ທີ່​ຈຳກັດ​ເສດຖະກິດ​ພັດທະນາ​ແບບ​ຍືນ​ຍົງ.