|
 |
(GMT+08:00)
2007-02-11 17:32:20
|
 |
ທ່ານຫູຈິນທ່າວສິ້ນສຸດການຢ້ຽມຢາມ 8 ປະເທດອາຟຼັກາກັບຄືນຮອດປັກກິ່ງ
cri
Author: mo
ຕາມຂ່າວສານຊີນຮວາ: ພາຍຫຼັງສິ້ນສຸດການຢ້ຽມຢາມທາງລັດຖະກິດຕໍ່ 8 ປະເທດອາຟຼິກາຄືເຊີແຊນເປັນຕົ້ນແລ້ວ, ຕອນເຊົ້າວັນທີ 11 ກຸມພານີ້, ທ່ານຫູຈິນທ່າວ ປະທານປະເທດຈີນໄດ້ຂີ່ຍົນພິເສດເດີນທາງກັບຄືນເມືອຮອດປັກກິ່ງ. ນາງລິວຢົງຊິງ ພັນລະຍາຂອງທ່ານປະທານຫູຈີນທ່າວ, ທ່ານຖາງເຈຍສຽນ ທີ່ປຶກສາແຫ່ງລັດພ້ອມດ້ວຍຜູ້ຕິດຕາມທ່ານອື່ນໆໄດ້ຂີ່ຍົນລຳດຽວກັນກັບຄືນຮອດປັກກິ່ງ.
ວັນທີ 10 ກຸມພານີ້, ທ່ານລີຈ້າວຊິງ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນກ່າວວ່າ, ການຢ້ຽມຢາມ 8 ປະເທດຂອງທ່ານປະທານຫູຈິນທ່າວແມ່ນການຢ້ຽມຢາມແຫ່ງມິດຕະພາບແລະການຮ່ວມມືທີ່ອວ່າຍໜ້າໄປສູ່ທົ່ວອາຟຼິກາ, ແມ່ນເຫດການສຳຄັນອັນໜຶ່ງຂອງການພົວພັນຈີນອາຟຼິກາຫຼັງກອງປະຊຸມສຸດຍອດປັກກິ່ງຂອງເວທີປຶກສາຫາລືການຮ່ວມມືຈີນອາຟິຼກາ, ຈະມີຜົນສະທ້ອນອັນເລິກເຊິ່ງຍາວໄກຕໍ່ອະນາຄົດຂອງການພົວພັນຈີນອາຟຼິກາ. ມັນໄດ້ສະແດງໃຫ້ຊາວໂລກເຫັນວ່າ, ຈີນທີ່ພວມເດີນຕາມເສັ້ນທາງພັດທະນາໂດຍສັນຕິ ການພັດທະນາຢ່າງກົມກຽວກັນ ແລະການພັດທະນາຕາມຫຼັກວິທະຍາສາດນັ້ນ ແມ່ນກຳລັງສຳຄັນທີ່ຊຸກຍູ້ສັນຕິພາບແລະການພັດທະນາຂອງໂລກ, ປະຊາຊາດຈີນຈະປະກອບສ່ວນອັນສຳຄັນເຂົ້າໃນອາລະຍະທຳແລະຄວາມກ້າວໜ້າຂອງມະນຸດ.
|
|
|