ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-11 17:45:48    
ເຂດ​ກວາງຊີ​ຈີນ​ຈະ​ລົງ​ທຶນ​ກ້ອນ​ໃຫຍ່​ສ້າງ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ເທີງ​ທະ​ເລ​ແລະ​​ເທີງ​ບົກ​ທີ່​ຕິດ​ຕໍ່​ກັບ​ຕະ​ຫຼາດ​ອາ​ຊຽນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ປີ​ນີ້, ​ເຂດ​ກວາງຊີ​ຈີນ​ຈະ​ລົງທຶນ 20 ຕື້​ຢວນສ້າງ​ຕາ​ໜ່າງຄົມມະນາຄົມ​ທີ່​ໄປ​ສູ່​ທຸກ​ທິດ, ຜ່ານ​ການ​ສ້າງ​ທາງບົກ​ແລະ​ທາງ​ທະ​ເລ​ທີ່​ສະດວກ, ​ເຮັດ​ໃຫ້​ເຂດ​ເສດຖະກິດ​ປານ​ແມ່​ນ້ຳ​ຈູ​ຈ່ຽງຈີນ​ກັບ​ຕະຫຼາດອາ​ຊຽນສັ້ນ​ເຂົ້າ.

ຫວ່າງ​ມໍ່ໆ​ນີ້, ທ່ານ​ເສີນ​ວູ ຮອງ​ປະທານ​ເຂດ​ກວາງຊີ​ປົກຄອງ​ຕົນ​ເອງ​ກ່າວ​ວ່າ, ​ເຂດ​ກວາງຊີ​ສ້າງ​ທາງ​ສາກົນ​ດັ່ງ​ກ່າວ​ນີ້​ຢ່າງຮອບດ້ານ ຈຸດປະສົງ​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ຈໍລະ​ຈອນຂອງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ສິນຄ້າ ​ແລະ​ທຶນຮອນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ແລະ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ການ​ລົງທຶນ​ແລະ​ເຕັກນິກ​ຂອງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ.

ຕາມ​ສະ​ເໜີ​ວ່າ, ຮອດ​ທ້າຍ​ປີ​ກາຍ​ນີ້, ທາງຫຼວງ​ຂອງ​ເຂດ​ກວາງຊີ​ລວມຍາວ​ເກີນ 9 ໝື່ນ​ກິ​ໂລ​ແມັດ, ​ໃນ​ນັ້ນ, ທາງ​ດ່ວນ 1547 ກິ​ໂລ​ແມັດ. ​ໃນ​ດ້ານ​ທາງ​ລົດ​ໄຟ, ປີ​ນີ້, ກວາງຊີ​ຈະ​ເລັ່ງລັດ​ສ້ອມ​ແປງ​ທາງ​ລົດ​ໄຟ​ຈາກ​ນານ​ນິງຫາ​ເມືອງ​ທ່າຟາງ​ເສີງ​ເປັນຕົ້ນ, ວາງແຜນ​ສ້າງ​ທາງ​ລົດ​ໄຟ​ດ່ວນ​ແຕ່​ນານ​ນິງຫາ​​ກວາງ​ໂຈ​ວ, ​ແລະ​ເຮັດ​ໃຫ້​ຄວາມ​ສາມາດ​ຂົນ​ສົ່ງ​ຂອງ​ທາງ​ລົດ​ໄຟ​ຂອງ​​ເມືອງ​ທ່າ​ແຄມ​ທະ​ເລ​ເພີ່ມ​ຂຶ້ນ.