ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-11 18:56:42    
ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຖືກ​ບາດ​ເຈັດ​ກັບ​ຄືນ​ປະ​ເທດ​ເພື່ອ​ປິ່ນ​ປົວ ຝ່າຍ​ຫວຽດ​ນາມ​ສະ​ເໜີ​ແຜນ​ການ​ທົດ​ແທນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ປັດຈຸບັນ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຖືກ​ບາດ​ເຈັບ​ໃນ​ອຸບັດ​ຕິ​ເຫດ​ເທິງ​ທະ​ເລຢູ່​​ຫວຽດນາມ​ໄດ້​ກັບ​ຄືນ​ປະ​ເທດ​ຈີນ​ໝົດ​ເພື່ອປິ່ນປົວ, ຝ່າຍ​ຫວຽດນາມ​ໄດ້​ສະ​ເໜີ​ແຜນການ​ທົດ​ແທນ.
ຕອນ​ເຊົ້າວັນ​ທີ 9 ກຸມພາ​ນີ້, ກ່ຳ​ປັ່ນ​ທ່ອງ​ທ່ຽວ​ລຳ​ໜຶ່ງ​ທີ່​ຈາກ​ອ່າວ​ຮາ​ລອງ​ແຂວງ​ກວາງ​ນິງຫວຽດນາມ​ແລ່ນ​ໄປ​ຫາ​ເມືອງ​ມອງ​ກາຍ​ໄດ້​ຕຳ​ກັບ​ກ່ຳ​ປັ່ນ​ຂົນ​ສົ່ງຖ່ານ​ຫີນລຳ​ໜຶ່ງ​ທີ່​ຈອດ​ຢູ່​ເທິງ​ທະ​ເລ, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ 2 ຄົນ​ເສຍ​ຊີວິດ, ຫຼາຍຄົນ​ບາດ​ເຈັບ.

ປັດຈຸບັນ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​​ບາດ​​ເຈັບ​ໄດ້​ຖືກສົ່ງ​ເມືອ​ຈີນ​ຢ່າງ​ປອດ​ໄພ​ເພື່ອ​ປິ່ນປົວ, ຜູ້​ບາດ​​ເຈັບ​ບໍ່​ມີ​ຄວາມ​ອັນຕະລາຍ​ເຖິງ​ຊີວິດ. ຝ່າຍ​ຫວຽດນາມ​ໄດ້​ສະ​ເໜີ​ມາດ​ຕະການ​ໃຊ້​​ແທນ​ເບື້ອງ​ຕົ້ນ​ແລ້ວ, ຈະ​ໃຊ້​ແທນ​ຜູ້​ບາດ​ເຈັບ​ໜັກ 5 ໝື່ນ​ຢວນຕໍ່​ຄົນ, ບາດ​ເຈັບ​ເບົາ 3 ໝື່ນ​ຢວນຕໍ່​ຄົນ, ກະ​ວ່າ, ຜູ້​ບາດ​​ເຈັບ​ຈະ​ໄດ້​ຮັບ​ເງິນ​ທົດ​ແທນ​ໃນ​ໄວໆ​ນີ້.

ສາ​ເຫດ​ຂອງ​ອຸບັດ​ຕິ​ເບ​ດ​ພວມ​ສຳຫຼວດຢູ່.