ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-12 18:59:26    
ຈີນ​ຈະ​ໃຊ້​ມາດ​ຕະ​ການ​ຕື່ມ​ອີກ​ເພື່ອ​ປ້ອງ​ກັນ​ແລະ​ຄວງ​ຄຸມ​ໄຂ້ຫວັດ​ສັດ​ປີກ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ປະຈຸ​ບັນແມ່ນ​ລະດູ​ມັກ​ເກີດ​ພະຍາດສັດ​ປະ​ເພດ​ຕ່າງໆ​ຄື​ໄຂ້ຫວັດ​ສັດ​ປີກ,​ໄຂ້ຫວັດ​ສັດ​ປີກມີ​ທ່ວງທ່າ​​ແຜ່​ລາມ​ໃນ​ທົ່ວ​ໂລກ.ສຳລັບ​ເລື່ອງ​ນີ້ ວັນ​ທີ 12 ກຸມພາ​ນີ້ ທ່ານ​ອີນ​ເສີງ​ເຈ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ຈີນ​ກ່າວ​ຢູ່​ປັກ​ກິ່ງວ່າ, ຈີນ​ຈະ​ໃຊ້​ມາດຕະການ​ຕື່ມ​ອີກ​ເພື່ອ​ປ້ອງ​ກັນ​ແລະ​ຄວງ​ຄຸມ​ໄຂ້ຫວັດ​ສັດ​ປີກ.

ທ່ານ​ອີນ​ເສີງ​ເຈ​ກ່າວ​ວ່າ,ກະຊວງ​ກະສິກຳ​ຈີນ​ຈະ​ສືບ​ຕໍ່​ປະຕິບັດ​ມາດ​ຕະການປ້ອງ​ກັນ​ແລະ​ຄວບ​ຄຸມ​​ໃນ​ດ້ານດັບ​ເຊື້ອ​ກັນ​ພະຍາດ​ແລະ​ຂ້າ​ສັດ​ຕາຍ​​​ໄປ​ພ້ອມ. ພ້ອມ​ກັນນັ້ນ,ຈີນ​ຈະ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​​ເຂດ​ຊາຍ​ແດນ,​ເພີ່ມ​ທະວີ​ການກວດ​ພະຍາດຕໍ່​ສັດ​ແລະ​​ຜະລິດຕະພັນ​ສັດ​ທີ່​ເຂົ້າ​ເມືອງ,ອອກ​ແຮງ​ສຸດ​ຂີດ​ກັ້ນກາງພະຍາດ​ຈາກ​ຕ່າງປະ​ເທດ​ເຂົ້າ​ມາຢູ່ຈີນ.

ທ່ານ​ກ່າວ​ວ່າ,ຈີນ​ຍັງ​ຈະ​ປັບປຸງ​ແຜນ​ສຸກ​ເສີນ​ໃຫ້​ດີ​ຕື່ມ​ອີກ,ສ້າງ​ກົນ​ໄກ​ຮັບ​ມື​ໂດຍ​ດ່ວນ​ໃຫ້​ສົມບູນ,ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ແຜ່​ລາມ​.

ຕາມ​ການ​ແນະນຳ​,​ນັບ​ແຕ່​ວັນ​ທີ 20 ​ເດືອນ​ກັນຍາ​ປີ​ກາຍ​ນີ້​ເປັນຕົ້ນມາ,ຈີນ​ບໍ່​ມີ​ພະຍາດ​ສັດ​ປີກ​ລ້ຽງເກີດ​ຂຶ້ນ​ພາຍ​ໃນ 4 ​ເດືອນ​ລຽນຕິດ​ແລ້ວ.