ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-15 18:23:11    
ການ​ເລືອກ​ຕັ້ງ​ຜູ້​ວ່າ​ການ​ເຂດ​ບໍລິ​ຫານ​ພິ​ເສດ​ຮົງ​ກົງ​ຊຸດ​ທີ​ສາມ​ເລີ່ມ​ສະ​ເໝີ​ຊື່

cri Author: cai
ຕາມ​ຂ່າວ​ຈາກ​ໜັງສື​ພິມ"ເຢີນ​ມີນ​ຢື້ປ້າວ"ສະບັບ​ຕ່າງປະ​ເທດ:ການ​ເລືອກ​ຕັ້ງ​ຜູ້ວ່າ​ການ​ເຂດ​ບໍລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ຊຸດ​ທີ​ສາມ​ໄດ້​ເລີ່ມ​ສະ​ເໜີ​ຊື່ໃນ​ວັນທີ 14 ກຸມ​ພານີ້,​ແລະ​ຈະສິ້ນ​ສຸດລົງ​ໃນ​ວັນທີ 1 ມີນາ.

ອີງ​ຕາມ​ຂໍ້ກຳ​ນົດ​ໃນ​ກົດ​ໝາຍ​ພື້ນ​ຖານ​ແລະ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ທີ່​ກ່ຽວຂ້ອງ​ຂອງ​ເຂດ​ບໍລິ​ຫານ​ພິ​ເສດ​ຮົງ​ກົງ,​ຜູ້​ວ່າການ​ເຂດ​ບໍລິ​ຫານ​ພິ​ເສດ​ຮົງ​ກົງ​ຊຸດ​ທີ​ສາມ​ຈະ​ເລືອກ​ອອກ​ຢູ່​ຮົງ​ກົງ​​ໂດຍ​ຄະນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງໃນ​ວັນ​ທີ 25 ມີນາ​ປີ​ນີ້​ດ້ວຍ​ຮູບ​ການ​ປ່ອນ​ບັດ​ລັບ,​ແລະ​ລາຍ​ງານ​ຂໍ​ໃຫ້​ລັດຖະບານສູນ​ກາງ​ແຕ່ງ​ຕັ້ງ.

ໃນ​ວັນ​ທີ 1 ກຸມພາ​ນີ້,ທ່ານ​ເຈິ່ງ​ອີ່​ນຊວນ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຊຸດ​ປະຈຸ​ບັນ​ໄດ້​ປະກາດຢ່າງ​ເປັນ​ທາ​ງການ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​​ເພື່ອດຳລົງ​ຕຳ​ແໜ່​ງຕໍ່​​ໄປ,​ແລະ​ໄດ້​ດຳ​​ເນີນ​ການ​ເຄື່ອນ​​ໄຫວ​ແຂ່ງຂັນ​​ເລືອກ​ຕັ້ງຫຼາຍ​ເທື່ອ.ທ່ານ​ລຽງ​ເຈ່ຍ​ເຈ ຜູ້​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ອີກ​ຜູ້​ໜຶ່ງ​ກໍ່​ພວມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແຂ່ງຂັນ​ເລືອກ​ຕັ້ງ.