ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-15 18:32:14    
ຝ່າຍ​ຈີນ​ເຫັນ​ວ່າ, ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ບໍ່​ດຸນ​ດຽງ​ແມ່ນ​ຍ້ອນ​ວິທີ​ສະ​ຖິຕິ​ຂອງ​ສອງ​ຝ່າຍ​ແຕກ​ຕ່າງ​ກັນ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 15 ກຸມພາ​ນີ້​ຢູ່​ທີ່​ປັກ​ກິ່ງ, ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ຄ້າລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ບໍ່​ດຸນ​ດຽງ​ກັນ​ແມ່ນ​ນອກ​ຕົວ, ​ແຕ່​ກ່ຽວຂ້ອງ​ກັບ​ວິທີ​ສະຖິຕິ​ຂອງ​ສອງ​ຝ່າຍ​ແຕກ​ຕ່າງ​ກັນ. ນາງ​ກ່າວວ່າ, ຝ່າຍ​ຈີນ​ບໍ່​ຢາກ​ໃຫ້​ການ​ຄ້າ​ໄດ້​ປຽບ​ເປັນ​ເວລາ​ຍາວ​ນານ​ແລະ​ມີມູນ​ຄ່າ​ໃຫຍ່. ຝ່າຍ​ຈີນ​ຍິນ​ດີ​ເປີດ​ກວ້າງ​ການ​ນຳ​ເຂົ້າສິນຄ້າຈາກ​ອາ​ເມ​ລິ​ກາ​ຕື່ມ​ອີກ, ພະຍາຍາມ​ປັບປຸງ​​ການ​ຄ້າ​ທີ່ບໍ່​ດຸນ​ດຽງ​ກັນ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ກັນນັ້ນ, ກໍ​ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາບ​ຜ່ອນ​ຍານ​ການ​ຈຳກັດ​ການ​ສົ່ງ​ອອກ​​​ເຕັກນິກ​ສູງ​ໃຫ້​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ນາງ​ຈ່ຽງອີ​ຍັງ​ກ່າວ​​ເນັ້ນວ່າ, ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ແມ່ນ​ຍຸດທະ​ຍາດ​ແຫ່ງ​ຊາດ​ຂອງ​ຈີນ. ນີ້​ແມ່ນ​ຈີນ​ກຳນົດ​ຕາມ​ຄວາມ​ຕ້ອງການ​ໃນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ ປັບປຸງ​ສະພາບ​​ແວດ​ລ້ອມ​ການ​ລົງທຶນ​ແລະ​ເພີ່ມ​ຄວາມ​ສາມາດ​ປະດິດ​ສ້າງ​​ໂດຍເປັນ​ເຈົ້າຕົນ​ເອງ.