ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-17 18:36:21    
ທ່ານ​ຖາງ​ເຈຍ​ສຽນ​ໄປ​ຢາມ​ສົມ​ເດັດ​ນະ​ໂນ​ດົມ ສິ​ຫະ​ນຸ ​ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ

cri Author: mo
ຕາມ​ຂ່າວCRI: ​ເນື່ອງ​ໃນ​ໂອກາດ​ບຸນກຸດ​ຈີນ ບຸນ​ປະ​ເພນີ​ຂອງ​ຈີນ​ວຽນມາ​ເຖິງ, ວັນ​ທີ 17 ກຸມພາ​ນີ້, ທ່ານ​ຖາງ​​ເຈຍ​ສຽນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ໄປ​ຢ້ຽມຢາມ​ສົມ​ເດັດ​ນະ​ໂລ​ດົມ ສິຫະນຸ ພະ​ບິດາ​ມະຫາ​ກະສັດ ​ແລະ​ພາລາ​ຊະ​ຊົມ​ມະນີ​ນະ​ໂລ​ດົມ ​ໂມ​ນີນຽດ ສິຫະນຸ​ແຫ່ງກຳປູ​ເຈຍ​ທີ່​ຢູ່​ປັກ​ກິ່ງ, ສະ​ແດງຄວາມ​ອວຍພອນ​ອັນ​ຈິງ​ໃຈ​ແລະຖາມ​ສະບາຍດີ​ຢ່າງ​ສະໜິດ​ສະໜົມ​.

ທ່ານ​ຖາງ​ເຈຍ​ສຽນກ່າວວ່າ, ປີໜ້າ​ແມ່ນປີ​ທີ່​ຈີນ​ກັບກຳປູ​ເຈຍ​ສ້າງສາ​ຍສຳພັນ​ການ​ທູດ​ຄົບ​ຮອບ 50 ປີ, ສອງ​ປະ​ເທດ​ຈະ​ຈັດການ​ເຄື່ອນ​ໄຫວ​ລະ​ລຶກພ້ອມ​ກັນ, ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​​ຮຸ້ນ​ຊາວ​ໜຸ່ມຮູ້ຈັກ​ແລະ​ເຂົ້າ​ໃຈ​ຄຸນ​ຄ່າ​ແຫ່ງ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ, ສືບ​ທອດ​ແລະ​ເສີມ​ຂະ​ຫຍາ​ຍພາລະກິດ​​ມິດຕະພາບ​ຈີນ​ກຳປູ​ເຈຍ, ​ເຮັດ​ໃຫ້​ປະຊາຊົນ​ສອງ​ຊາດມີ​ໄມຕີ​ຈິດຕໍ່​ກັນ​ທຸກ​ເຊັ່ນ​ຄົນ.

ສົມ​​ເດັດ​ສິຫະນຸກໍ​ສົ່ງ​ພອນ​ປີ​ໃໝ່​ໃຫ້​ປະຊາຊົນ​ຈີນ. ສົມ​ເດັດຊົງ​ຕັດ​ວ່າ, ສອງ​ປະ​ເທດ​ກຳ​ປູ​ເຈຍ​ຈີນ​ມີ​ມິດຕະພາບ​ເລິກ​ເຊິ່ງ​ເປັນພິ​ເສດ, ປະຊາຊົນ​ກຳປູ​ເຈຍ​ຂອບ​ອົກ​ຂອບ​ໃຈ​ທີ່​ສຸດ​ນຳ​ຝ່າຍ​ຈີນ​ທີ່​ໄດ້​ໃຫ້ການສະໜັບສະໜູນ​ແລະ​ການຊ່ອຍ​ເຫຼືອອັນປະ​ເສີດ​ແກ່​ກຳປູ​ເຈຍ​​ໃນເວລາ​ດົນ​ນານ​ມາ​ນີ້. ພະ​ບໍລົມ​ມະ​ວົງສາ​ນຸວົງແລະ​ລັດຖະບານກຳປູ​ເຈຍຈະ​ຍຶດໝັ້ນຜູກ​ມິດຕະພາບກັບ​ຈີນ. ນະ​ໂຍບາຍ​ດັ່ງກ່າວ​ຈະ​ບໍ່​ປ່ຽນ​ແປງ​ຈົນ​ເທົ່າ​ໃດໆ.