ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-21 16:39:16    
ການ​ທ່ອງ​ທ່ຽວ​ໃນ​ຍາມ​ບຸນ​ກຸດ​ຈີນ​ໄດ້​ມີ​ກະ​ແສ​ສູງ​ໃໝ່

cri
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢີນ​ມິນ​ຢື້​ປ້າວ,​ຕອນ​ຄ່ຳວັນ​ທີ20ກຸມພາ​ນີ້,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​​ໄດ້​ແຈ້ງ​ຂໍ້​ມູນ​ການ​ທ່ອງ​ທ່ຽວ​ວ່າ,​ຍາມ​ພັກ​ບຸນ​ກຸດ​ຈີນ​ປີ​ນີ້​ເມື່ອ​ຮອດມື້​ທີ​ສາມ,​ແຫ່ງ​ຕ່າງໆ​ໄດ້​ຜູ້​ໄປນັກ​ທ່ອງ​ທ່ຽວ​ຫຼວງຫຼາຍ​ຢ່າງ​ເປັນ​ກະ​ແສ​ສູງ.

ຂໍ້​ມູນ​ຂອງ​ແຫ່ງ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຫ່ຼງ​ທ່ອງ​ທ່ຽວ​ຕ່າງໆ​ເຊັ່ນ, ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ເກາະ​ໄຫ​ຫຼໍາ ​ແລະ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ຕົ້ນ,​ຈຳນວນ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ,​ຈົນ​ເປັນ​ກະ​ແສ​ສູງ​ຄັ້ງ​ທຳ​ອິດ​ໃນ​ຍາມ​ບຸນ​ກຸດ​ຈີນ,​ໂດຍ​ສະ​ເພາະ​ແມ່ນທິວ​ທັດ​ໃໝ່​ຕ່າງໆ​ໃນ​ຕົວ​ເມືອງ​ການ​ທ່ຽວຊົມ​ຮີດຄອງ​ປະ​ເພນີ​​ພື້ນ​ເມືອງ ​ແລະ​ມໍລະດົກ​ວັດທະ​ນະທຳ​ເປັນ​ຕົ້ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ.

ຢູ່​ນະຄອນ​ທຽນ​ສິນ ພາກ​ເໜືອ​ຂອງ​ຈີນ,​ໄດ້​ຈັດ​ໃຫ້​ມີ​ກິດ​ຈະກຳ​ຕ່າງໆ,​ເຊັ່ນ ງານຮີດ​ຄອງ​ປະ​ເພນີ​ພື້ນ​ເມືອງ ແລະ​ງານ​ວັດທະ​ນະທຳ​ເປັນ​ຕົ້ນ.ຢູ່​ແຫຼ່ງ​ທ່ອງ​ທ່ຽວ​ສຳຄັນ​ແລະ​ສະໜາມ​ໄຕ່​ຫິມະ​ຂອງ​ນະ​ຄອນ​ຮ​າບິນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ກໍ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຂຶ້ນ​ເລື້ອຍໆ.ຢູ່​ນະຄອນ​ຊຽງ​ໄຮ້ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​ສະ​ແດງ​ຮີດ​ຄອງ​ບຸນ​ກຸດ​ຈີນ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດຊົມ.