ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-21 18:06:38    
ຈີນ​ເຜີຍ​ແຜ່​ການ​ສຶກ​ສາ​ພາກ​ບັງ​ຄັບ​ 9 ປີ​ລົບ​ລ້າງ​ການ​ກືກ​ໜັງ​ສື​ໃນ​ປະ​ຊາ​ກອນ​ຊາວ​ໜຸ່ມ​​ໄວ​ສະ​ກັນ​ເຖີງ 98%

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ນັບ​ມາ​ຮອດ​ປັດຈຸບັນ, ຈີນ​​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ 9 ປີ​, ​ໄດ້​ລົບ​ລ້າງ​ຜູ້​ກືກ​ໜັງສື​ໃນປະຊາກອນ​ຊາວ​ໜຸ່ມ​ໄວ​ສະກັນ​ເຖິງ 98%​ແລ້ວ.

ຕາມ​ຂ່າວ​ຈາກ​ກະຊວງ​ສຶກສາ​ທິການ​ຈີນ, ​ແຕ່​ປີ 2004 ​ເປັນຕົ້ນມາ, ກິດຈະກຳ​ຕ່າງໆ​ເຊັ່ນ ການ​ສ້າງ​ໂຮງຮຽນ​ກິນນອນ​ໃນຊົນນະບົດ ການ​ສ້ອມ​ແປງຫ້ອງ​ຮຽນ​ທີ່​ອັນຕະລາຍ​ໃນ​ໂຮງຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ​ຊົນນະບົດ ​ແລະ​ການ​ສຶກສາ​ທາງ​ໄກ​ທີ່​ທັນ​ສະ​ໄໝ​ຂອງ​ຊົນ​ນະ​ບົດ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໄດ້​ດຳ​ເນີນ​ໄປຢ່າງ​ສະດວກ, ​ໄດ້​ປົວ​ແປງ​ເງື່ອນ​ໄຂ​ການສ້າງ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​​ໃນຊົນນະບົດ​ຢູ່​ເຂດຕາ​ເວັນ​ຕົກ​ໃຫ້​ດີ​ຂຶ້ນ​ຢ່າງຫຼວງຫຼາຍ. ປີ 2006, ຈີນ​​ໄດ້ນຳ​ໜ້າ​ດຳ​ເນີນ​ການ​ປະຕິ​ຮູບ​ກົນ​ໄກ​ຮັບປະກັນ​ຄ່າ​ໃຊ້​ຈ່າຍ​ການ​ສຶກສາ​ພາກ​ບັງຄັບ​ຢູ່ຊົນ​ນະ​ບົດ​ເຂດ​​ຕາ​ເວັນ​ຕົກ, ຍົກ​ເວັ້ນຄ່າ​ຮຽນ​ແລະ​ຄ່າ​ໃຊ້​ຈ່າຍ​ອື່ນໆ, ຍົກ​ເວັ້ນຄ່າ​ປື້ມຮຽນ, ​ໃຫ້​ເງິນ​ເກື້ອ​ກູນແກ່​ນັກຮຽນຄອບຄົວ​ທຸກ​ຍາກ​ທີ່ກິນນອນ​ຢູ່​ໂຮງຮຽນ, ​ໄດ້​ຫຼຸດ​ຜ່ອນ​ການ​ຫາບ​ແບກ​ທາງ​ເສດ​ຖະກິດ​ຂອງ​ຊາວ​ກະ​ສິກອນ​ທີ່​ສົ່ງ​ລູກ​ເຕົ້າ​​ເຂົ້າ​ໂຮງ​ຮຽນ. ອັດຕາ​​ເດັກນ້ອຍ​​ທີ່​ເຖິງ​​ໄວ​ຮຽນໃນ​ຊົນນະບົດ​​ເຂົ້າ​ໂຮງຮຽນໄດ້​ຍົກ​ສູງ​ຂຶ້ນ, ອັດຕາ​ຜູ້​ເຊົາຮຽນ​ໄດ້ຫຼຸດ​ໜ້ອຍ​ລົງ​.