ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-26 17:52:35    
ຈີນ​ຈະ​ໃຊ້​ມາດ​ຕະ​ການ​ສັງ​ລວມ​ເພື່ອ​ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ປະ​ດິດ​ສ້າງ​ຂອງ​ວິ​ສາ​ຫະ​ກິດ

cri Author: da
ຕາມ​ຂ່າວCRI: ​ໃນ​ຫຼາຍ​ປີ​ຂ້າງ​ໜ້າ​ນີ້, ລັດຖະບານຈີນ​ຈະ​ໃຊ້ຫຼາຍ​ມາດ​ຕະການ​ສັງ​ລວມ​ເພື່ອ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າຕົນ​ເອງ​ຂອງ​ວິ​ສາ​ຫະກິດ.

ວັນ​ທີ 26 ກຸມພາ​ນີ້ ​ໃນ​ກອງ​ປະຊຸມທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ກະຊວງ​ວິທະຍາສາດ​ເຕັກນິກ​ຈີນ​ກ່າວ​ວ່າ,​ໃນຕໍ່ໜ້ານີ້ ຈີນ​ຈະ​ເພີ່ມ​ການ​ສະໜັບສະໜູນ​ການ​ປະດິດ​ສ້າງເຕັກນິກ​ຂອງ​ວິ​ສາ​ຫະກິດ​ຕື່ມ​ອີກ,ກໍ່ຕົວ​ເປັນ​ກົນ​​ໄກ​ລົງທຶນ​ຂອງ​ລັດຖະບານ​ທີ່​ສະໜັບສະໜູນ​ການປະ​ດິດສ້າງ​ຂອງ​ວິ​ສາ​ຫະກິດ; ນຳ​ໃຊ້ຮູບ​ການ​ລົງທຶນ​ຫຼາຍ​ຢ່າງ​ແບບ​ສັງ​ລວມ​ເຊັ່ນ ອຸດ​ໜູນ​ຢ່າງ​ບໍ່​ຄິດ​ຄ່າ​ຕອບ​ແທນ ຖົມ​ຂຸມ​ດອກ​ເບ້ຍ​ຂອງ​ເງິ​ນກູ້​ເປັນຕົ້ນ,​ເຈາະ​ຈົງສະໜັບສະໜູນການປະ​ດິດສ້າງ​​ເຕັກນິກ​ຂອງ​ວິ​ສາ​ຫະກິດ;ນອກ​ນີ້,ຍັງ​ຈະ​ໃຊ້​ກົນ​​ໄກ​ຕະຫຼາດ,ຊຸກຍູ້​ໃຫ້ການ​ຜະລິດ​ແລະ​ການ​ຮ່ຳຮຽນຄົ້ນຄວ້າ​ປະສານ​ສົມທົບ​ກັນ​ຢ່າງສະໜິດ​ແໜ້ນ,ສະໜອງ​ການຄ້ຳຊູ​ອັນ​​ແຂງ​ແຮງ​ໃຫ້​ແກ່​ການ​ເຕີບ​ໃຫຍ່​ຂອງ​ວິ​ສາ​ຫະກິດ​ແບບ​ປະດິດ​ສ້າງ.

ຕາມ​​ແຈ້ງວ່າ,ຄວາມ​ສາມາດ​ໃນ​ການ​ປະດິດ​ສ້າງ​ເຕັກນິກ​ຂອງ​ວິ​ສາ​ຫະກິດ​ຈີນ​ໃນ​ປະຈຸ​ບັນ​ນີ້ ອ່າວ​ອ່ອນ​​ແອ,ວິ​ສາ​ຫະກິດ​ທີ່​ມີ​ເຕັກນິກ​ແກນ​ກາງ​ໃນ​ດ້ານສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງເປັນ​ເຈົ້າຕົນ​ເອງ​ມີ​ພຽງ​ແຕ່ 3 ສ່ວນ​ໝື່ນ​ເທົ່າ​ນັ້ນ; ປີ2005,ການ​ລົງທຶນ​ໃນ​ການຄົ້ນຄວ້າ​ ການ​ທົດ​ລອງ​ແລະ​ການ​ພັດທະນາ​ວິທະຍາສາດຂອງ​ວິ​ສາ​ຫະກິດ​ອຸດສາຫະກຳ​ຂະໜາດ​ກາງ​ແລະ​ຂະໜາດ​ໃຫຍ່​ຂອງ​ຈີນກວມ​ຍອດ​ມູນ​ຄ່າ​ການ​ຜະລິດ​ຂອງ​ຕົນບໍ່​ຮອດ 1%. ​​ເພື່ອ​ເລື່ອງ​ນີ້,ລັດຖະບານ​ຈີນ​ໄດ້ສະ​ເໜີ​ອອກ​ມາ​ວ່າ ຈະ​ເຮັດ​ໃຫ້​ວິ​ສາ​ຫະກິດ​ກາຍ​ເປັນ​ອົງກອນ​ຫຼັກ​ໃນ​ການ​ປະດິດ​ສ້າງ,ປີ​ກາຍ​ນີ້ ​ໄດ້​ກຳນົດ​ເອົາວິ​ສາ​ຫະກິດ100ກວ່າ​​ແຫ່ງ​ເປັນຈຸດ​ທົດ​ລອງ​ການ​ປະດິດ​ສ້າງ​​ເຕັກນິກ​.