ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-27 18:03:15    
ທ່ານ​ຫຼີ​ເຈີ້ນ​ເຊີ່ງ ຜູ່​ຊ່ຽວ​ຊານ​​ປະ​ສົມ​ພັນ​ເຂົ້າ​ເບຼ​ໄດ້​ຮັບ​ລາງ​ວັນ​ວິ​ທະ​ຍາ​ສາດ​​ເຕັກ​ນິກ​ສູງ​ສຸດ​ຂອງ​ຈີນ

cri Author: da
ຕາມ​ຂ່າວCRI:ວັນ​ທີ 27 ກຸມພານີ້ ລັດຖະບານ​ຈີນ​ໄດ້​ມອບ​ລາງວັນ​ວິທະຍາສາດ​ເຕັກນິກສູງ​ສຸດ​ລະດັບຊາດ​ປີ2006​ໃຫ້​ຜູ່​ຊ່ຽວຊານ​​ປະສົມພັນ​ເຂົ້າ​ເບຼຜູ່​ໜຶ່ງ.

ໃນ​ກອງ​ປະຊຸມ​ມອບ​ລາງວັນ​ວິທະຍາສາ​ດ​ເຕັກນິກ​ລະດັບ​ຊາ​ດທີ່​ຈັດ​ຂຶ້ນ​​ໃນ​ມື້​ດຽວ​ກັນ ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ມອບ​ໃບ​ລາງວັນ​ໃຫ້​ທ່ານ​ຫຼີ​ເຈີ້ນ​ເຊີ່ງ ບັນດິດ​ສະພາ​ບັນດິດ​ວິທະຍາສາດ​ຈີນ​ທີ່​ມີ​ອາຍຸ 76 ປີ.

​ໃນ​ຫຼາຍ​ປີ​ມາ​ນີ້,ທ່ານ​ຫຼີ​ເຈີ້ນ​ເຊີ່ງ​ນຳ​ໃຊ້​ເຕັກນິກ​ປະສົມ​ພັນ​ແລະ​ເຕັກນິກ​ແຊນ​ມາ​ບົ່ມ​​ເພາະພັນ​ເຂົ້າ​ເບຼທີ່​ໄດ້ຜົນ​ຜະລິດ​ສູງ​ແລະປະຢັດ​ນ້ຳ,​ແນວພັນ​ໃໝ່​ນີ້​ມີ​ເອກະລັກ​ພິ​ເສດ​ຫຼາຍ​ຂໍ້​ຄື ກັນ​ແດດ ກັນ​ເຊື້ອ​ພະຍາດ​ຫຼາຍ​ຢ່າງ​ແລະ​ເໝາະສົມ​ປູກ​​ໃນ​ຫຼາຍ​ເຂດ. ​ເວົ້າສຳລັບ​ຈີນ​ທີ່​ມີ​ປະຊາກອນ​ຫຼາຍ​​ແຕ່​ຂາດ​ເຂີນ​ນ້ຳຢ່າງ​ໜັກໜ່ວງ,ໝາກຜົນ​ວິທະຍາສາດ​ເຕັກນິກ​ດັ່ງກ່າວ​ນີ້​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ທີ່​ສຳຄັນ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ຂອງ​ລັດ​ແລະ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະສິກອນ.